ຍີ່ປຸ່ນຈ່າຍ 5 ຕື້ໂດລາ ຊື້ເຮືອບິນຂັບໄລ່ F-35 ຂອງສະຫະລັດ

ຮຽບຮຽງໂດຍ: ລູກເມືອງພວນ

ໃນອາທິດທີ່ຜ່ານມານີ້, ໂຕກຽວໄດ້ປະກາດແຜນ ການຊື້ເຮືອບິນຂັບໄລ່ F-35B, 42 ລຳຈາກສະຫະລັດ ເພື່ອ ປະກອບໃຫ້ກຳປັ່ນເດີ່ນບິນ  ຮຸ່ນ Izumo ໃນອະນາຄົດ, ເພື່ອເພີ່ມຄວາມສາມາດປ້ອງກັນຂອງຍີ່ປຸ່ນ.

ການຕົກລົງຂອງກະ ຊວງປ້ອງກັນປະເທດຍີ່ປຸ່ນໄດ້ມີແຜນການຊື້ເຮືອບິນຂັບ ໄລ່ທີ່ມີຄວາມສາມາດບິນ ຂຶ້ນ-ລົງໃນລານບິນທີ່ສັ້ນ  ແລະ ເວລາລົງຈອດກໍລົງ ດ້ວຍການຢ່ອນຕົວລົງ(STOVL),ເພື່ອປະຈຳການຢູ່ໃນກຳປັ່ນເດີ່ນບິນຂະໜາດ     ນ້ອຍ Izumo ໃນເມື່ອ ຜະ ລິດສຳເລັດ.

ເຈົ້າໜ້າທີ່ກະຊວງປ້ອງກັນປະເທດຍີ່ປຸ່ນຄົນໜຶ່ງໃຫ້ຮູ້ວ່າ: ເຮືອບິນຊະນິດນີ້ ສາມາດຕອບສະໜອງມາດຕະຖານເຕັກນິກສູ້ຮົບ ແລະ ຄວາມສາມາດອຳພາງຕົວສູງ, ເໝາະສົມກັບຄວາມ ຮຽກຮ້ອງຕ້ອງການໃນການເພີ່ມທະວີກຳລັງປ້ອງກັນທິດໃຕ້ຂອງປະເທດ, ເຊິ່ງເປັນ ເຂດທີ່ຂາດເຂີນເດີ່ນບິນຂະ ໜາດໃຫ່ຍ, ລານບິນຂະໜາດຍາວໄກ.

Justin Bronk ຊ່ຽວ ຊານການທະຫານຈາກສະ ຖາບັນການທະຫານອັງກິດ ໃຫ້ຄຳເຫັນວ່າ: “ການປະ ກອບເຮືອບິນຂັບໄລ່ F-35 ໃຫ້ເດີ່ນບິນກຳປັ່ນ Izumo ຈະຊ່ວຍໃຫ້ຍີ່ປຸ່ນຂະຫຍາຍ ກຳລັງແຮງທາງອາກາດໃນເຂດຫ່າງໄກທີ່ບໍ່ມີເດີ່ນບິນ ຂະໜາດໃຫຍ່ໄດ້ສະດວກ./.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ