ພົບເຫັນຊາກກຳປັ່ນຈົມຢູ່ພື້ນທະເລເກລັກ 2.000 ປີ

ຮຽບຮຽງໂດຍ: ລູກເມືອງພວນ

ບັນດານັກວິທະຍາສາດ ເກລັກ ໄດ້ພົບເຫັນຊາກກຳປັ່ນ 5 ລຳທີ່ເຕັມໄປດ້ວຍສິນຄ້າ ແລະ ສະມໍຂະໜາດໃຫຍ່ ອັນໜຶ່ງຈົມຢູ່ພື້ນທະເລໃກ້ກັບ ເກາະ Levitha.

ຊາກກຳປັ່ນ 5 ລຳທີ່ພົບ ເຫັນນັ້ນຕົ້ນຕໍແມ່ນບັນທຸກ ອຸປະກອນສົງຄາມ(amphorae), ນອກນັ້ນຍັງມີເຄື່ອງ ປັ້ນດິນເຜົາເປັນຮູບໂຖຄໍກິ່ວ ມີງວງຈັບ ເພື່ອໃສ່ທາດແຫຼວ ຫຼື ໃສ່ເຫຼົ້າ. ໜັງສືພິມ Live Science, ວັນທີ 18 ສິງຫານີ້ ໄດ້ລົງໃນໜ້າໜັງສືພິມວ່າ: ສິນຄ້າທີ່ເປັນໂຖປັ້ນດິນເຜົານັ້ນ ແມ່ນຜະລິດຢູ່ທີ່ເມືອງ Knidos, Kos, Rhodes, Phoenicia ແລະ Carthage ໃນສະຕະວັດທີ 3 ຫາ ສະຕະວັດທີ 1 ກ່ອນ ຄສ – ກະຊວງວັດທະນະທຳ ແລະ ກິລາ ເກລັກຢືນຢັນ. ນອກຈາກນັ້ນ, ບັນດານັກວິທະຍາສາດຍັງ ພົບເຫັນສະມໍອັນໜຶ່ງມີນໍ້າໜັກ 400 ກິໂລ ຈົມຢູ່ພື້ນທະເລ, ເລິກ 45 ມ. ສະມໍດັ່ງກ່າວ ຖືກຜະລິດຂຶ້ນຢູ່ໃນສະຕະວັດ  ທີ 6 ກ່ອນ ຄສ.

ຊາກກຳປັ່ນ ແລະ ສະມໍ ດັ່ງກ່າວຖືກພົບເຫັນໃນລະ ຫວ່າງວັນທີ 15/6 – 29/6 ພາຍໃຕ້ການນຳພາຂອງ ນັກວິທະຍາສາດບູຮານ George Koutsouflakis ຈາກກະຊວງວັດທະນະທຳ ແລະ ກິລາ ເກລັກ. ໃນການມຸດລົງໄປພຶື້ນທະເລເພື່ອຊອກ ຄົ້ນນັ້ນ, ນັກວິທະຍາສາດຍັງ ພົບເຫັນຊາກກຳປັ່ນຫຼາຍ ລຳທີ່ບັນທຸກອຸປະກອນສົງຄາມ(amphorae) ຕື່ມອີກ.

ການມຸດລົງພື້ນທະເລ ຊອກຄົ້ນໃນຄັ້ງນີ້ມີ 57 ໜ່ວຍ ຊອກຄົ້ນ  ແລະ ເຮັດວຽກຢູ່ໃຕ້ ທະເລເປັນເວລາ 92 ຊົ່ວໂມງ ຕິດຕໍ່ກັນ. ການພົບເຫັນໃນ ຄັ້ງນີ້, ສະແດງໃຫ້ເຫັນວ່າ ທາງທະເລເສັ້ນນີ້ ມີຄວາມ ຄຶກຄື້ນຫຼາຍ. ໜ່ວຍຊອກຄົ້ນບູຮານຄະດີຍັງມີແຜນຈະຊອກຄົ້ນຢູ່ອ້ອມຮອບເກາະ Levitha  ແລະ ບັນດາເກາະທີ່ໃກ້ຄຽງເຊັ່ນ: ເກາະ Mavria, Glaros ແລະ Chinaros ໃນປີ 2021 ຕື່ມອີກ./.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ