ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ ຄົງຄວາມເປັນໜຶ່ງ


ລັດວິສາຫະກິດ ນໍ້າມັນເຊື້ອໄຟລາວ ເປັນໜຶ່ງໃນບັນດາວິສາຫະກິດຂອງລັດ ໂດຍເຮັດໜ້າທີ່ໃນການດຳເນີນທຸລະກິດດ້ານພະລັງງານເຊື້ອໄຟຕາມແນວທາງນະໂຍບາຍ ແລະ ທິດຊີ້ນຳຂອງພາກລັດເປັນຕົ້ນແມ່ນການສະໜອງນ້ຳມັນໃຫ້ພາກລັດ ແລະ ຜູ້ຊົມໃຊ້ຍານພາຫະນະຕາມຄວາມຕ້ອງການໃຫ້ພຽງພໍ ແລະ ທົ່ວເຖິງດ້ວຍລາຄາທີ່ຍຸຕິທຳ.
ທ່ານ ປອ. ອະນຸສິນ ພົນເສນາ ຮອງອຳນວຍການ, ຜູ້ປະຈຳການລັດວິສາຫະກິດ ນ້ຳມັນເຊື້ອໄຟລາວໃຫ້ຮູ້ວ່າ: ໃນເມື່ອກ່ອນນ້ຳມັນເຊື້ອໄຟລາວເປັນໜ່ວຍງານຂອງລັດຖະບານ ແລະ ຈໍລະຈອນໃຫ້ແກ່ພາກລັດທັງເຮັດໜ້າທີ່ຮັບໃຊ້ສັງຄົມສ່ວນໜຶ່ງຂອງຊາດຈົນຫັນມາດຳເນີນເປັນຮູບແບບທຸລະກິດຂອງລັດຕາມແນວທາງປ່ຽນແປງໃໝ່ຂອງພັກ ແລະ ລັດຖະບານຈົນເຖິງປັດຈຸບັນນີ້.

ຕະຫລອດໄລຍະເວລາ 33 ປີແຫ່ງການດຳເນີນທຸລະກິດນ້ຳມັນເຊື້ອໄຟທີ່ກວ້າງຂວາງ
ໂດຍໃຫ້ບໍລິການເປັນນ້ຳມັນເຊືອໄຟລົດ ແລະ ນ້ຳມັນເຊື້ອໄຟສຳລັບເຮືອບິນ, ນ້ຳມັນອຸດສາຫະກຳ, ນ້ຳມັນລໍ່ລື້ນ, ແກັດຫຸງຕົ້ມ
ແລະ ຜະລິດຕະພັນນ້ຳມັນອື່ນໆ. ປັດຈຸບັນ ລນລ ມີປ້ຳບໍລິການ 380 ແຫ່ງ, ໂດຍຄວບຄຸມເກືອບທົ່ວທຸກແຂວງໂດຍແບ່ງອອກເປັນສອງຮູບແບບຄື:
ປ້ຳຕົວແບບໂດຍພະນັກງານລັດຮັບຜິດຊອບເອງ ແລະ ປ້ຳຕົວແທນແມ່ນ ຄູ່ຄ້າເປັນຜູ້ລົງທຶນເອງແລ້ວນຳເອົານ້ຳມັນເຊື້ອໄຟລາວໄປບໍລິການແຕ່ຢູ່ພາຍໃຕ້ນະໂຍບາຍ ແລະ ການຊີ້ນຳຂອງລັດວິສາຫະກິດເຊິ່ງແຕ່ລະປີສາມາດຈຳໜ່າຍນ້ຳມັນໄດ້ຫລາຍກວ່າ
275 ລ້ານລິດ ແລະ ມີສ່ວນແບ່ງຫລາຍກວ່າ 20% ຂອງຕະຫລາດນໍ້າມັນໃນລາວ.

ໃນການດຳເນີນທຸລະກິດຜ່ານມາ ລນລ ສາມາດສ້າງລາຍຮັບເປັນຮູບແບບພາສີ ແລະ ອາກອນລາຍໄດ້ໃຫ້ພາກລັດຫລາຍກວ່າ 773 ຕື້ກີບຕໍ່ປີ.
ນອກຈາກນີ້ລັດວິສາຫະກິດນ້ຳມັນເຊື້ອໄຟລາວຍັງໄດ້ປະກອບສ່ວນຕອບສະໜອງນ້ຳມັນເຮືອບິນໃຫ້ສາຍການບິນທັງພາຍໃນ
ແລະ ຕ່າງປະເທດໂດຍສະເພາະແມ່ນຮັບໃຊ້ເຮືອບິນຂອງການນຳລະດັບສູງຂອງຕ່າງປະເທດທີ່ເຂົ້າມາຮ່ວມກອງປະຊຸມໃຫຍ່
ຕ່າງໆທີ່ລາວເປັນເຈົ້າພາບ.


ລນລ ດຳເນີນທຸລະກິດມີປະສິດທິຜົນ ແລະ ຜົນກຳໄລ ເຊິ່ງແມ່ນໜຶ່ງໃນລາຍຮັບ ໃຫຍ່ເພື່ອເຮັດໃຫ້ ລນລ ເຕີບໃຫຍ່ ແລະ ໝັ້ນຄົງເປັນໜຶ່ງໃນດວງໃຈໃຫ້ຜູ້ນຳໃຊ້ພາຫະນະນັ້ນສິ່ງສຳຄັນແມ່ນຕ້ອງຮັກສາມາດຕະຖານ ແລະ ຄຸນນະພາບຂອງການບໍລິການໃຫ້ຢູ່ໃນຄວາມຮູ້ສຶກຂອງຜູ້ຮັບບໍລິການ ແລະ ພ້ອມກັບການເອົາໃຈໃສ່ສ້າງພະນັກງານ ແລະ ບຸກຄະລາກອນໃຫ້ມີຄວາມຮູ້ຄວາມສາມາດທາງດ້ານວິຊາການ, ທັງມີຄຸນນະທຳ, ຈັນຍາທຳ ແລະ ຂະຫຍາຍສາຂາຂອງຕົນເອງໃຫ້ຄວບຄຸມທົ່ວທຸກແຂວງ, ເມືອງ ແລະ ນຳໃຊ້ເຄື່ອງມືອຸປະກອນທີ່ທັນສະໄໝເຂົ້າມາຮັບໃຊ້ໃນການບໍລິການຈັດການພັດທະນາປ້ຳຕົວແບບໃຫ້ໄດ້ມາດຕະຖານ ແລະ ທັນສະໄໝ.

