ເຊີນເຂົ້າຮ່ວມປະກວດຫົວໜ່ວຍຫັດຖະກຳສ້າງສັນຕິດພັນການທ່ອງທ່ຽວ

ແຫລ່ງຂ່າວ ຂປລ ລາຍງານວ່າ: ສະມາຄົມຫັດຖະກຳລາວຮ່ວມກັບສະພາອຸດສາຫະກຳ ແລະ ການຄ້າແຫ່ງຊາດ ຂໍເຊີນຊວນຫົວໜ່ວຍຫັດຖະກຳທີ່ມີຄວາມສ້າງສັນຕິດພັນກັບການທ່ອງທ່ຽວ, ນຳເອົງຜົນງານຂອງຕົນ ເຂົ້າປະກວດ-ແຂ່ງຂັນ ເປັນຕົ້ນ: ຂະແໜງຜ້າໄໝ, ໄມ້ໄຜ່-ຫວາຍ, ຜະລິດຕະພັນເຄື່ອງເງິນ/ວັດຖຸມີຄ່າ, ຜະລິດຕະພັນເຄື່ອງປັ້ນດິນເຜົາ, ຜະລິດຕະພັນ ປູກມອນ-ລ້ຽງມ້ອນເພື່ອຊີງລາງວັນເງິນສົດ 20 ລ້ານກີບ. ເຊິ່ງງານປະກວດດັ່ງກ່າວຈະຈັດຂຶ້ນໃນງານມະຫາກຳສີມືຫັດຖະກຳລາວຄັ້ງທີ 18 ປະຈຳປີ 2019 ໃນລະຫວ່າງວັນທີ 26 ຕຸລາ-3 ພະຈິກ 2019 ທີ່ສູນການຄ້າລາວ-ໄອເຕັກນະຄອນຫລວງວຽງຈັນ.ເພື່ອຊຸກຍູ້ໃຫ້ວິສາຫະກິດຫັດຖະກຳທຸກຂະແໜງການໃຫ້ມີຄວາມສ້າງສັນໃນການນຳເອົາວິສາຫະກິດຫັດຖະກຳຂອງຕົນຕິດພັນກັບການທ່ອງທ່ຽວເຊັ່ນ: ພິພິຕະພັນດ້ານຫັດຖະກຳ, ສະໂມສອນວັດທະນະທຳ, ສູນຫັດຖະກຳ, ໝູ່ບ້ານຫັດຖະກຳ ແລະ ກຸ່ມຫັດຖະກຳ ເຊິ່ງເປັນຈຸດໝາຍຂອງການມາຢ້ຽມຢາມຂອງນັກທ່ອງທ່ຽວ. ນອກນີ້, ຍັງເປັນການປຸກລະດົມຊຸກຍູ້ໃຫ້ວິສາຫະກິດຫັດຖະກຳຂະແໜງຕ່າງໆ ເອົາໃຈໃສ່ໃນການຜະລິດເຄື່ອງຫັດຖະກຳຂອງຕົນໃຫ້ເປັນເຄື່ອງທີ່ລະນຶກ, ຂອງຕ້ອນທີ່ມີຄຸນນະພາບ, ສວຍງາມ, ມີຄວາມເປັນເອກະລັກ, ມີລາຄາເໝາະສົມ,ມີການຫຸ້ມຫໍ່ທີ່ດີ ເພື່ອສົ່ງເສີມການຜະລິດເຄື່ອງຫັດຖະກໍາໃຫ້ຕິດພັນກັບການດຶງດູດການທ່ອງທ່ຽວໃຫ້ນັບມື້ດີ.
