ແປ້ນເປີງນີ້ຝົນຕົກມາຍາມໃດມັກເກີດອຸບາດ!


ໂດຍ: ທິດກ່ຳ
ອາທິດຜ່ານມານີ້, ປາກົດວ່າກະໂຕໃຈກາງນະຄອນຫລວງວຽງຈັນຝົນຕົກດີ ຈົນເຮັດໃຫ້ບາງພື້ນທີ່ມີນ້ຳຖ້ວມອັ່ງຂັງຕາມເສັ້ນທາງ, ບ້ານເຮືອນ, ຕຶກ, ຫ້າງຮ້ານໄປຫລາຍຊົ່ວ ໂມງເຊັ່ນແຖວບ້ານໜອງພະຍາ, ສະພັງເມິກເມືອງໄຊທານີ ແລະ ພື້ນທີ່ອື່ນໆ ໃນຂອບເຂດນະຄອນຫລວງວຽງຈັນ ສ່ວນວ່າແຂວງອື່ນໆ ນັ້ນກໍເປັນວ່າຕົກສະໝ່ຳສະເໝີໃນທົ່ວປະເທດ.
ເຫັນໄດ້ວ່າໄລຍະອາທິດທີ່ຜ່ານມາຝົນຕົກເກືອບຕົກທຸກມື້, ບາງມື້ກໍໜ່ຳລົງຊ້ຳເຊົ້າເກີນວ່າໄດ້ໃຈຜູ້ມັກນອນຕື່ນສວາຍແຕ່ພັດໄປຂັດກັບພວກຕື່ນເດີກທີ່ຕ້ອງການໄປອອກກຳລັງກາຍ, ເທົ່າທີ່ໄດ້ຕິດຕາມມາສະພາບການປ່ຽນແປງຂອງດິນຟ້າອາກາດແຕ່ລະປີເຫັນວ່ານັບມື້ຜິດປົກກະຕິ ແລະ ມີລັກສະນະອຸບາດຮຸນແຮງຂຶ້ນເລື້ອຍໆ.
ປາກົດການທີ່ໄດ້ເຫັນ ແລະ ເປັນຕາຢ້ານກໍຄືໃນເວລາຝົນຕົກທັ່ງເທລົງມາຍາມໃດກໍເກີດມີນ້ຳຖ້ວມອັ່ງຂັງ, ຊຸທັ່ງຢ່າງຮຸນແຮງ ຫລື ບໍ່ກໍເກີດມີໄພພິບັດນ້ຳຖ້ວມຈົນວ່າບາງຄອບຄົວ, ບາງຄົນທີ່ຢູ່ໃກ້ນ້ຳໜີຕາຍເກືອບບໍ່ທັນ ແລະ ບາງຄັ້ງບໍ່ວ່າຄົນ, ສັດສາວາສິ່ງກໍຫາຍສາບສູນຍ້ອນນ້ຳຕົວຢ່າງຢູ່ແຖວເມືອງນານແຂວງຫລວງພະບາງ, ເມືອງວຽງໄຊ ແຂວງຫົວພັນ ແລະ ບ່ອນອື່ນໆ.
ຈຸດທີ່ມີຝົນຕົກພູເຈື່ອນທັບ, ທາງເພເກືອບວ່າປົກກະຕິໃນແຕ່ລະປີກໍແມ່ນແຖວພູເກົ້າຫລັກເສັ້ນທາງເມືອງກາສີໄປຫາລວງພະບາງ.
ເມື່ອເອີ່ຍເຖິງສະພາບຟ້າຝົນຢູ່ບ້ານເຮົາໃນແປ້ນເປີງນີ້, ເບິ່ງຢ່າງໜຶ່ງມັນຄືອຸບາດປຽບເໝືອນມັດຈຸລາດທີ່ຄອຍສັງຫານ, ລ້າງຜານຊີວິດ ແລະ ຊັບສິນຂອງຄົນທີ່ດຳລົງຊີວິດຢູ່ຕາມຮ່ອມຫ້ວຍ, ແມ່ນ້ຳລຳເຊຝົນຕົກມາຍາມໃດຈິດໃຈງໍ້ງ່ຽງຢ້ານແຕ່ເກີດໄພພິບັດຕາຍ້ອນນ້ຳຖ້ວມເພາະເຄີຍເຫັນ ແລະ ເຄີຍມີມາແລ້ວກ່ຽວກັບບັນຫາເຂື່ອນແຕກ, ຄົນຕາຍພູເຈ່ືອນທັບເກີດນ້ຳຖ້ວມກະທັນຫັນໄຫລຊຸທັ່ງເອົາຄົນ, ສັດສາວາສິ່ງ ແລະ ຊັບສິນ, ເຮືອນຊານໄປແບບບໍ່ເຫັນຮ່ອງຮອຍ ເຊິ່ງປາກົດການທີ່ເກີດຂຶ້ນນີ້ພວກເຮົາວ່າມັນເປັນຍ້ອນຫຍັງ? ອັນສາເຫດຫລັກກໍຄືໂລກຂອງເຮົາມີການປ່ຽນແປງສະພາບດິນຟ້າອາກາດກໍມີການປ່ຽນໄປນຳ, ຊ້ຳບໍ່ໜຳຄົນເຮົາພັດໄປດັດແປງທຳມະຊາດ, ອັດຮູລົມຖົມຮູນ້ຳສຸດທ້າຍມາຜົນກະທົບຈາກສິ່ງເຫລົ່ານັ້ນໄດ້ມາກ້ຽວລົງໂທດມະນຸດເຮົາເຊັ່ນ: ເກີດບັນຫາເລື່ອງພາຍຸ, ຟ້າລົມຝົນຕົກ, ເກີດແລ້ງ, ເກີດຖ້ວມ, ແຜນດິນໄຫວສາລະພັດຢ່າງ. ແນ່ນອນ, ເມື່ອຄົນເຮົາທຳລາຍທຳມະຊາດໄປຕິກໆ, ທຳມະຊາດເຫລົ່ານັ້ນກໍກັບມາທຳລາຍຄົນຄືດັ່ງທີ່ເຫັນປະຈັກຕາທຸກວັນນີ້.
ເມື່ອຕັ້ງໂຈດກັນວ່າພວກເຮົາຈະພ້ອມກັນຫລີກເວັ້ນໄພພິບັດດັ່ງກ່າວນີ້ໄດ້ແນວໃດ? ຄຳຕອບກໍຄືຕ້ອງພ້ອມກັນປົກປັກຮັກສາທຳມະຊາດ ແລະ ສິ່ງແວດລ້ອມໃຫ້ຍືນຍົງຄົງຕົວໄປຄຽງຄູ່ກັບການດຳລົງຊີວິດຂອງຄົນເຮົາ.
ນອກຈາກ, ການປົກປັກຮັກສາໄດ້ດີແລ້ວຍັງຕ້ອງໄດ້ສ້າງສາພັດທະນາທຳມະຊາດໃຫ້ມາຮັບໃຊ້ຄົນດ້ວຍຄຸນນະພາບຊີວິດທີ່ດີເລີດ, ການດຳລົງຊີວິດທີ່ມີຄຸນນະພາບແບບຍືນຍົງນັ້ນກໍຍ່ອມມີອາກາດສົດຊື່ນ, ມີທຳມະຊາດ ແລະ ສິ່ງແວດລ້ອມທີ່ເຕັມໄປດ້ວຍຄວາມອຸ ດົມສົມບູນທັງສວຍສົດງົດງາມເຊັ່ນ: ມີນ້ຳໃສໄຫລເຢັນ, ໃນນ້ຳມີປາ, ໃນນາມີເຂົ້າ, ຢູ່ປ່າມີສັດສາວາສິ່ງ, ມີຊີວະນາໆພັນອັນອຸດົມສົມບູນ ແລະ ຮັ່ງມີສົມກັບວ່າເມືອງລາວເຮົາປະກອບໄປດ້ວຍຄວາມສວຍງາມ ແລະ ຮັ່ງມີດ້ວຍທຳມະຊາດ, ມີຊັບໃນດິນສິນໃນນ້ຳ, ວັດທະນະທຳເອກອ້າງ, ອ່ອນຊ້ອຍ, ເປັນດິນແດນແຫ່ງຕຳນານກ່າວຂານມາແຕ່ເປີງພໍ່ແມ່ປູ່ຍ່າຕານາຍຖ້າບໍ່ຢາກພາກັນຕາຍຍ້ອນອຸບາດນ້ຳຖ້ວມ./.

