ສື່ມວນຊົນລາວຕ້ອງຫັນສູ່ຄວາມທັນສະໄໝເທື່ອລະກ້າວ

ໃນໂອກາດໂອ້ລົມຕໍ່ພິທີສະເຫລີມສະຫລອງວັນສື່ມວນຊົນແຫ່ງຊາດ ແລະ ວັນການພີມຈໍາໜ່າຍ ຄົບຮອບ 69 ປີ (13 ສິງຫາ 1950-13 ສິງຫາ 2019) ຂອງທ່ານ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ໂດຍໄດ້ຍົກໃຫ້ເຫັນວ່າ: ຍ້ອນໄດ້ຮັບການເອົາໃຈໃສ່ຊີ້ນໍາຢ່າງໃກ້ຊິດຈາກພັກ ແລະ ລັດຖະບານ, ໄດ້ເຮັດໃຫ້ວຽກງານສື່ມວນຊົນມີບາດກ້າວເຕີບໃຫຍ່ຂະຫຍາຍຕົວນັບທັງດ້ານປະ
ລິມານ ແລະ ຄຸນະພາບ, ພ້ອມທັງສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນເທື່ອລະກ້າວ, ເຮັດໃຫ້ສື່ມວນຊົນລາວມີບົດບາດສູງເດັ່ນຂຶ້ນໃນສັງຄົມ. ປັດຈຸບັນມີໜັງສືພິມລາຍວັນ 13 ສະບັບ, ມີວາລະສານຫລາຍກ່ວາ 100 ສະບັບ, ທຸກໆແຂວງ ແລະ ເມືອງໄດ້ມີວິທະຍຸຂອງຕົນ ແລະ ສະເພາະຢູ່ນະຄອນຫລວງວຽງຈັນກໍມີວິທະຍຸ ແລະ ໂທລະພາບຫລາຍຄື້ນ, ພ້ອມນັ້ນໂທລະພາບແຫ່ງຊາດ, ລາວສະຕຼາ, ທີວີລາວ ແລະ ເອັມວີລາວ, ໂທລະພາບ ປກສ, ກອງທັບ ແລະ ໂທລະພາບຂອງບັນດາປະເທດເພື່ອນມິດຄື: VTV, CCTV ແລະ ບັນດາສື່ຕ່າງໆໄດ້ເວບໄຊ ແລະ ເຟສບຸກຂອງຕົນ ສາມາດເຮັດສຳເລັດການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ, ສາລະບັນເທິງຕ່າງໆ ລົງສູ່ສັງຄົມໄດ້ຢ່າງກ້ວາງຂວາງ, ໄດ້ກາຍເປັນກະບອກສຽງສຳຄັນຂອງພັກ ແລະ ລັດຖະບານເຮົາ, ສາມາດຕີຖອຍປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມໄດ້ດີຂຶ້ນ ແລະ ທັນເຫດການ. ແຕ່ແນວໃດກໍຕາມ, ໄປຄຽງຄູ່ກັບການຂະຫຍາຍຕົວຂອງສັງຄົມ ກໍຄືໃນຍຸກເຕັກໂນໂລຊີຂໍ້ມູນຂ່າວສານມີການພັດທະນາຢ່າງວ່ອງໄວຄືໃນປັດຈຸບັນນີ້, ວຽກງານສື່ມວນຊົນ ແມ່ນພົບກັບຄວາມຫຍຸ້ງຍາກທ້າທາຍຫລາຍປະການ, ໂດຍສະເພາະການນຳໃຊ້ເຕັກໂນໂລຊີທັນສະໄໝເຂົ້າໃນວຽກງານຂອງຕົນ ແລະ ສິ່ງສຳຄັນແມ່ນການເຜີຍແຜ່ຂໍ້ມູນຂ່າວສານໃນປັດຈຸບັນມີຫລາຍຊ່ອງທາງ, ສະນັ້ນ ເພື່ອພັດທະນາວຽກງານສື່ມວນຊົນໃຫ້ທັນກັບຄວາມຮຽກຮ້ອງຕ້ອງການຂອງສັງຄົມ, ສື່ມວນຊົນເຮົາຕ້ອງໄດ້ຫັນປ່ຽນໄປຕາມກະແສຂອງເຕັກໂນໂລຊີອັນໃໝ່,ປ່ຽນຖ່າຍອຸປະກອນເຮັດວຽກແບບໃໝ່, ປ່ຽນແບບແຜນວິທີເຮັດວຽກ, ຕ້ອງກຳແໜ້ນແນວທາງຂອງພັກ-ລັດ ແລະ ແຜນພັດທະນາປະເທດຊາດ, ຄວາມຕ້ອງການຕົວຈິງຂອງປະຊາຊົນ, ພ້ອມທັງຮັບປະກັນໄດ້ 4 ລັກສະນະຂອງສື່ມວນຊົນຄື: ຄວາມຈິງ, ສຶກສາອົບຮົມ, ນຳພາຫາງສຽງ ແລະ ຕໍ່ສູ້, ຕຳນິວິຈານຕໍ່ປະກົດການຕ່າງໆທີ່ບໍ່ດີ ແລະ ເພື່ອໃຫ້ຮັບປະກັນໄດ້ລັກສະນະດັ່ງກ່າວ, ສື່ມວນຊົນເຮົາ ຕ້ອງເລັ່ງສ້າງບຸກຄະລາກອນທີ່ເກັ່ງ ແລະ ປັບປຸງເຄື່ອງມືໃຫ້ທັນສະໄໝເຂົ້າໃນວຽກງານ, ເພີ່ມທະວີນຳພາການເມືອງແນວຄິດໃຫ້ຜູ້ເຮັດວຽກງານສື່ມີຄວາມໜັກແໜ້ນ, ພ້ອມນັ້ນກໍຕ້ອງເຊີດຊູຄວາມຮັບຜິດຊອບທາງດ້ານການເມືອງໃຫ້ສູງ ແລະ ຢຶດໝັ້ນຕາມກົດໝາຍວ່າດ້ວຍສື່ມວນຊົນ ແລະ ສ້າງຕົນເອງໃຫ້ເປັນເວທີສະແດງຄວາມຄິດເຫັນ ແລະ ສ່ອງແສງສັງຄົມຮັບຮູ້ ແລະ ເຂົ້າໃຈບັນຫາຕ່າງໆໄດ້ຖືກຕ້ອງ, ໂດຍສະເພາະໃນສະພາບຄ່ານິຍົມໃນການຊົມໃຊ້ສື່ແບບໃໝ່ມີການຂະຫຍາຍຕົວຢ່າງກວ້າງຂວາງ, ຍິ່ງຕ້ອງໄດ້ເພີ່ມທະວີໃນການຄຸ້ມຄອງ, ຕິດຕາມກວດກາ ແລະ ຫັນສູ່ລະບຽບກົດໝາຍໃຫ້ເຂັ້ມງວດ, ບໍ່ປະປ່ອຍໃຫ້ກຸ່ມຄົນບໍ່ດີສວຍໃຊ້ເປັນເຄື່ອງມືໂຈມຕີການນໍາພາຂອງພັກ-ລັດ ແລະ ແບ່ງແຍກຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ, ສືບຕໍ່ເອົາໃຈໃສ່ກໍ່ສ້າງພະນັກງານໜຸ່ມນ້ອຍປ່ຽນແທນທີ່ຮັບປະກັນທາງດ້ານທັດສະນະຫລັກໝັ້ນ, ຄຸນທາດການເມືອງ ແລະ ວິຊາສະເພາະທີ່ເຂັ້ມແຂງ ເພື່ອເຮັດໜ້າທີ່ສໍາຄັນທີ່ພັກ-ລັດ ໄດ້ມອບໝາຍໃຫ້ສໍາເລັດຜົນ ແລະ ໃນສະພາບທີ່ລາຍຮັບວິຊາການຈາກສື່ມວນຊົນນັບມື້ຫລຸດລົງນີ້ ຍິ່ງເລັ່ງທວງໃຫ້ພວກເຮົາຮີບຮ້ອນຄົ້ນຄວ້າ, ຊອກຫາວິທີການຊອກຫາແຫລ່ງລາຍຮັບໃນຮູບແບບໃໝ່ໃຫ້ຫລາຍຂຶ້ນ, ເພື່ອຫັນໄປສູ່ການກຸ້ມຕົນເອງເທື່ອລະກ້າວ.

