ແມນຢູ ທຸ້ມ 9 ລ້ານປອນ ຄວ້ານັກເຕະຈາກອາແອສ ຕັດໜ້າຫລາຍສະໂມສອນດັງ

ເພື່ອອານາຄົດ ແມນ ເຊສເຕີ ຢູໄນເຕັດ ໄດ້ນັກເຕະ ເຊື້ອສາຍຝຣັ່ງ ມາຮ່ວມທີມ ຫຼັງຕ້ອງຍາດກັບຫຼາຍສະໂມສອນ ທັງ ບາເຢິນ ມິວນິກ, ອາເຊນອລ,ວີເວີພູລ ແລະ ເຊວຊີ.

ແມນເຊສເຕີ  ຢູໄນເຕັດ ຍັກໃຫຍ່ແຫ່ງວົງການບານ ເຕະ ພຣີເມຍ ລີກ ອັງກິດ ປະກາດຢືນຢັນ ບັນລຸຂໍ້ຕົກ   ລົງ ຊື້ໂຕ ຮານນິບາລ ເມຈບຣີ ກອງກາງອານາຄົດໄກທີ່ມີ ອາຍຸພຽງ 16 ປີ ຂອງ ອາ ແອສ ໂມນາໂກ ມາເຂົ້າ ອາ ຄາເດມີ ຂອງສະໂມສອນເປັນ ທີ່ຮຽບຮ້ອຍແລ້ວ ເມື່ອວັນທີ 11 ສິງຫາທີ່ຜ່ານມາ.

ກ່ອນໜ້ານີ້ ກອງກາງ ເຊື້ອສາຍຝຣັ່ງ ຮຸ່ນອາຍຸ ບໍ່ເກີນ 16 ປີໄດ້ຮັບຄວາມໃຈຈາກທັງບາເຢິນມິວນິກ, ອາເຊ ນອລ, ລີເວີພູ ແລະ ເຊວຊີ ແຕ່ ສຸດທ້າຍ ກາຍເປັນແມນຢູທີໄດ້ດຶງເດັກຄົນນີ້ມາປັ້ນຕໍ່ໂດຍຄ່າໂຕຢູ່ທີ່ 9 ລ້ານປອນ

ນັກເຕະອາຍຸ 16 ປີ ຄົນ ນີ້ເປັນຜົນຜະລິດຈາກສູນຝຶກສອນບານເຕະ ແກຣກ ຟົງແຕງ ເຊິ່ງສະຖານທີ່ແຫ່ງນີ້ເຄີຍຜະລິດນັກເຕະດັງມາ ແລ້ວຫຼາຍຄົນຢ່າງເຊັ່ນ: ເທຍ ຣີ ອອງຣີ ແລະ ຫຼຸຍ ຊາຮາ ເປັນຕົ້ນໂດຍຫຼິ້ນໃນຕຳແໜ່ງກອງກາງມີຈຸດເດັ່ນທີ່ ທັກ ສະດີ ແລະ ສອດຂຶ້ນມາຍິງປະຕູໄດ້ດີ.

ທັງນີ້ ເມຈບຣີ ຍັງບໍ່ເຄີຍລົງຫຼິ້ນໃຫ້ ໂມນາໂກ ຊຸດໃຫຍ່ ແຕ່ລົງຫຼິ້ນໃຫ້ທີມຊາດຝຣັ່ງ ຮຸ່ນອາຍຸ 16 ປີມາແລ້ວ 8 ເກມ ແລະ ສາມາດຍິງ ປະຕູທຳອິດໃນເກມທີ່ພົບກັບໄອວໍຣີໂຄສ ເມື່ອເດືອນເມສາ ທີ່ຜ່ານມາ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ