ເລື່ອງການທ່ອງທ່ຽວມັນກ່ຽວກັບປັດໄຈຄົນຫລາຍຄົນ


ໂດຍ: ວິເສດ ສະແຫວງສຶກສາ
ໃນຂ້ອນໆທ້າຍຂອງເດືອນກໍລະກົດແລ້ວນີ້ ໜັງສືພິມ ວຽງຈັນທາມ (ບໍ່ຈື່ສະບັບ) ໄດ້ລົງບົດຄວາມຂອງສຳນັກຂ່າວສານຫວຽດນາມທີ່ໃສ່ຫົວຂໍ້ (ແປເປັນລາວ) ວ່າ: “ການທ່ອງທ່ຽວມັນກ່ຽວກັບປັດໄຈຄົນຫລາຍກວ່າ” ອ່ານແລ້ວຈານແຫຍ່ກໍປວດຈ້າວໆປານປາດຸກປັກ ຢາກແປເປັນພາສາລາວໃຫ້ຫລາຍຄົນໄດ້ອ່ານກັນຢ່າງທົ່ວເຖິງ. ຖ້າພາກສ່ວນທີ່ຮັບພິຊອບຂັດທ້າຍເຮືອວຽກທ່ອງທ່ຽວບັງເອີນໄດ້ອ່ານກໍຈະຖືວ່າ: ຈານແຫຍ່ ບໍ່ເສຍຖ້ຽວແປ-ຮຽບຮຽງ ບົດຄວາມນີ້ອອກມາ.
ດັ່ງທີ່ຮູ້ກັນແລ້ວວ່າ: ເມື່ອປີ 2018 ຫວຽດນາມ ໄດ້ກາຍເປັນໜຶ່ງໃນ 10 ປະເທດຢູ່ພາກພື້ນອາຊີ-ປາຊີຟິກ ທີ່ໄດ້ຄະແນນນຳໜ້າດ້ານການຄຸ້ມຄອງບໍລິຫານ ອຸດສາຫະກຳທ່ອງທ່ຽວ ແລະ ໃນປີດຽວກັນນີ້ຈຳນວນນັກທ່ອງທ່ຽວທີ່ເຂົ້າໄປທ່ຽວຫວຽດນາມນັ້ນບັນລຸເຖິງ 16 ລ້ານຄົນ, ໃນນັ້ນມີຜູ້ແວ່ຢ້ຽມຊົມນະຄອນ
ຫລວງຮາໂນ້ຍມີເຖິງ 9 ລ້ານຄົນ.
ຫວຽດນາມ ໄດ້ເພີ່ມຂະແໜງການທ່ອງທ່ຽວໃຫ້ຫລາຍຂຶ້ນ ເດັ່ນກວ່າໝູ່ ແມ່ນຂະແໜງການທ່ອງທ່ຽວເພື່ອປິ່ນປົວສຸຂະພາບ, ໂດຍໄດ້ກຳນົດເອົາທາງເຂດພາກໃຕ້ບ່ອນທີ່ມີເງື່ອນໄຂພຽບພ້ອມເປັນສະໜາມທົດລອງ ເພື່ອໃຫ້ນັກທ່ອງທ່ຽວຕ່າງປະເທດ ນອກຈາກໄດ້ຮູ້ໄດ້ເຫັນໄດ້ອີ່ມເຕັມແລ້ວ ກໍຍັງໄດ້ສຸຂະພາບແຂງແຮງກັບຄືນປະເທດ.
ບົດຮຽນການທ່ອງທ່ຽວເພື່ອສຸຂະພາບນີ້ ປະເທດເຈົ້າເກົ່າຄົງບໍ່ມົ້ມຈາກໄທ ແລະ ສິ່ງກະໂປ (ໃນອາຊຽນ) ສ່ວນການທ່ອງທ່ຽວເພື່ອສຸຂະພາບ-ຄວາມງາມນັ້ນຄົງບໍ່ມີໃຜສູ້ ສ.ເກົາຫລີ. ແຕ່ຫວຽດນາມຕົບເອີກວ່າຕົນມີເງື່ອນໄຂເຮັດໄດ້ຄືກັນ.
ບົດຄວາມທີ່ຜູ້ຂຽນເອີ່ຍເຖິງໃນເບື້ອງຕົນນັ້ນ ບໍ່ໃຫ້ຄວາມສຳຄັນກັບຜົນສຳເລັດດ້ານການທ່ອງທ່ຽວຂອງຫວຽດນາມພໍປານໃດ ແຕ່ໄດ້ເນັ້ນວ່າຖ້າຫວຽດ
ນາມ ຫາກພັດທະນາປັດໄຈຄົນໄດ້ດີກວ່ານີ້, ອຸດສາຫະກຳທ່ອງທ່ຽວ ກໍຄົງຈະກະໂດດຂັ້ນກວ່າທີ່ເປັນຢູ່.
ບົດຄວາມບອກວ່າ: ອຸດສາຫະກຳທ່ອງທ່ຽວທີ່ໄດ້ຮັບຜົນສຳເລັດໃນແງ່ທຸລະກິດນັ້ນ ຕ້ອງເຮັດໄດ້ 3 ປັດໄຈຄື: ມີວິທີເຮັດໃຫ້ນັກທ່ອງທ່ຽວຢູ່ເຄື່ອນໄຫວເປັນເວລາດົນ, ໃຫ້ນັກທ່ອງທ່ຽວຈັບຈ່າຍຕາມເປົ້າໝາຍທີ່ວາງໄວ້ ແລະ ທີ່ສຸດຂອງທີ່ສຸດ ກໍຄືມີວິທີເຮັດໃຫ້ນັກທ່ອງທ່ຽວປວດຢາກມາຢ້ຽມຢາມອີກເທື່ອໃໝ່ ບໍ່ເບື່ອເປັນຈັກເທື່ອ.
ບົດຄວາມບອກວ່າ: ທຽບໃສ່ໄທແລ້ວ, ຫວຽດນາມຍັງນຳຫລັງ. ຢູ່ໄທ ນັກທ່ອງທ່ຽວທີ່ມາທ່ຽວໄທແລ້ວແຕ່ກັບຄືນມາທ່ຽວຊ້ຳອີກນັ້ນມີຈຳນວນກວ່າ 50% ສ່ວນຢູ່ຫວຽດນາມນັ້ນມີພຽງ 30 ປາຍເປີເຊັນເລັກນ້ອຍເທົ່ານັ້ນ, ສ່ວນອີກກວ່າ 60% ບອກວ່າ “ຫລາບ!” ຍ້ອນຫຍັງ? ທັງໆທີ່ພື້ນຖານໂຄງລ່າງສຳລັບການ
ທ່ອງທ່ຽວຢູ່ຫວຽດນາມນັ້ນບໍ່ນ້ອຍໜ້າໃຫ້.
ຖາມເອງແລ້ວບົດ=ຕອບເອງວ່າ: “ປັດໄຈຄົນ” ຂອງຫວຽດນາມຍັງຕ້ອງໄດ້ປັບປຸງຫລາຍ. ຢູ່ຫວຽດນາມຍັງມີກໍລະນີເຈົ້າຂອງຮ້ານອາຫານ, ເຈົ້າຂອງຮ້ານຂອງຂວັນ, ຜູ້ນຳທ່ຽວເວົ້າກະຊາກດ່າວ່ານັກທ່ອງທ່ຽວຕ່າງປະເທດ.
ຢູ່ດາລາດ ຫວ່າງບໍ່ດົນມານີ້ກໍມີກໍລະນີພວກສວຍໂອກາດບັງຄັບໃຫ້ນັກທ່ອງທ່ຽວຊື້ເຄື່ອງຂອງ ແລະ ໃຊ້ບໍລິການທີ່ຟືນໃຈພວກເຂົາເຈົ້າ ເຮັດໃຫ້ຂ່າວບໍ່ດີທີ່ວ່າແຜ່ໄປທົ່ວໂລກ.
ບົດໄດ້ກ່າວຍ້ອງຍໍປັດໄຈຄົນຂອງໄທວ່າ “ສົມເປັນສະຫຍາມເມືອງຍິ້ມແທ້”.
ປັດໄຈຄົນພີມບົດນີ້ເວົ້າເຖິງ ແມ່ນລວມເອົາທັງຄົນທົ່ວໄປ, ເຈົ້າຂອງຮ້ານ ແລະ ພາກສ່ວນທີ່ໃຫ້ບໍລິການນັກທ່ອງທ່ຽວທັງໝົດຢູ່ບ້ານເຮົາເດລະ? ຜູ້ຂຽນວ່າເອົາເລື່ອງແກ້ໄຂອາຫານແພງ ແລະ ເລື່ອງການຈຳແນກຄ່າບໍລິການລະຫວ່າງຄົນຕ່າງປະເທດກັບຄົນລາວນີ້ສາກ່ອນ ຕໍ່ໄປຈຶ່ງເວົ້າເລື່ອງອື່ນໆກໍໄດ້.

