ສະຫະລັດ ແລະ ອິດສະລາແອນທົດລອງອາວຸດສະກັດລູກສອນໄຟນຳຫົວວິຖີຂອງ ອີຣານ

ຮຽບຮຽງໂດຍ: ລູກເມືອງພວນ

ວັນທີ 28 ກໍລະກົດນີ້, ອິດ ສະລາແອນ ແລະ ສະຫະ ລັດອາເມລິກາ ໄດ້ສຳເລັດ ການປ່ອຍຈະຫຼວດປ້ອງ ກັນອາກາດ Arrow-3, ເປັນອາວຸດທີ່ມີຄວາມສາມາດດັບສູນລູກສອນໄຟນຳ ຫົວວິຖີຢູ່ເທິງອາກາດໄດ້.

ວັນທີ 27 ກໍລະກົດ, ກະຊວງປ້ອງກັນປະເທດຂອງອິດສະລາແອນໃຫ້ຮູ້ວ່າ: “ອົງກອນຕ້ານລູກສອນໄຟຂອງ ອິດສະລາແອນ (IMDO)  ແລະ ອົງກອນ ຕ້ານລູກສອນໄຟຂອງສະຫະລັດອາເມລິກາ (MDA) ໄດ້ ສຳເລັດການຍິງທົດລອງ ລະບົບໂລ Arrow-3 ຢູ່ລັດ  Alaska ຂອງສະຫະລັດ. ລະບົບດັ່ງກ່າວສາມາດສະ ກັດໄດ້ພາບດຽວສອງເປົ້າ    ໝາຍຢູ່ເທິງອາກາດພາບດຽວ”

ນາຍົກລັດຖະມົນຕີ ອິດສະລາແອນ Benjamin Netanyahu ໄດ້ສະແດງ ຄວາມຊົມເຊີຍຕໍ່ການຍິງທົດລອງດັ່ງກ່າວ ແລະ ເນັ້ນວ່າ: ອິດສະລາແອນສາມາດແຝງລິດຄວາມາສາມາດສະກັດກັ້ນ “ລູກສອນໄຟ ຂອງ ອີຣານ ທີ່ຍິງມາຈາກທິດໃດກໍໄດ້” . ເຫດການດັ່ງກ່າວ ເກີດຂຶ້ນອັນ ເນື່ອງມາ ຈາກ ອີຣານ ຍິງທົດລອງ ອາວຸດນຳຫົວວິຖີໄລຍະກາງ Shahab-3, ໄລຍະທາງ 1.000ກິໂລແມັດ ທີ່ຕິດຫົວ ອາວຸດນິວເຄຣຍ.

ກອງທັບອາກາດຂອງ ອິດສະລາແອນ ເຄີຍຍິງທົດລອງລະບົບ Arrow-3 ໃນ ຕົ້ນປີນີ້ ສຳເລັດມາແລ້ວ. ການຍິງທົດລອງ ອາວຸດຮ່ວມຂອງ IMDO ແລະ MDA ເບື້ອງຕົ້ນຄາດ ວ່າຈະຍິງທົດລອງຢູ່ໃນເດືອນພຶດສະພາ 2018, ແຕ່ຖືກຍົກ ເລີກຍ້ອນ ດ້ານເຕັກນິກບໍ່ທັນພ້ອມ.

ລະບົບຍິງຕ້ານ Arrow- 3 ມີມູນຄ່າປະມານ 3 ລ້ານໂດລາ, ສາມາດສະກັດເປົ້າໝາຍຢູ່ໄລຍະໄກ 2.400ກິໂລແມັດ ແລະ ໃນຄວາມສູງ 100 ກິໂລແມັດ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ