ລະເບີດບໍ່ທັນແຕກຍັງເປັນອຸປະສັກໜັກໜ່ວງຕໍ່ການດໍາລົງຊີວິດຂອງປະຊາຊົນ

ທ້າຍອາທິດທີ່ຜ່ານມານີ້, ຢູ່ນະຄອນຫລວງວຽງຈັນ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບຄູ່ຮ່ວມພັດທະນາ ໄດ້ສະເຫລີມສະຫລອງວັນມີຜົນບັງຄັບໃຊ້ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານຄົບຮອບ 9 ປີ (1 ສິງຫາ) ເຊິ່ງເປັນວັນທີ່ມີຄວາມໝາຍສໍາຄັນຍິ່ງສໍາລັບ ສປປ ລາວ ທີ່ເປັນປະເທດຖືກຖິ້ມລະເບີດລົງໃສ່ຫລາຍທີີ່ສຸດໃນໂລກ.
ສົນທິສັນຍາດັ່ງກ່າວ, ເປັນສົນທິສັນຍາສາກົນທີ່ຫ້າມການຜະລິດ, ການນຳໃຊ້, ການຂົນສົ່ງ ແລະ ການສະສົມອາວຸດລະເບີດເຫລົ່ານີ້.
ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ກ່າວໃນພິທີວ່າ: ສປປ ລາວ ເປັນປະເທດທີສອງທີີ່ໄດ້ລົງນາມໃນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ, ຫລັງຈາກປະເທດນ໋ອກແວ, ເຊິ່ງສົນທິສັນຍາດັ່ງກ່າວໄດ້ປະກອບສ່ວນຢ່າງໃຫຍ່ຫລວງຕໍ່ ສປປ ລາວ, ໂດຍສະເພາະແມ່ນໂຄງການເກັບກູ້ລະເບີດແຫ່ງຊາດ ທີີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ໃນແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ. ຕະຫລອດໄລຍະ 20 ປີທີ່ຜ່ານມາ, ໂຄງການເກັບກູ້ລະເບີດແຫ່ງຊາດ ໄດ້ເກັບກູ້ລະເບີດບໍ່ທັນແຕກອອກຈາກເນື້ອທີີ່ໄດ້ຫລາຍກວ່າ 375 ກິໂລຕາແມັດ ເພື່ອເຮັດໃຫ້ດິນນຳໃຊ້ຢ່າງປອດໄພ, ທຳລາຍລະເບີດບໍ່ທັນແຕກຊະນິດຕ່າງໆໄດ້ຫລາຍກວ່າ 1,6 ລ້ານໜ່ວຍ. ນອກນີ້, ໂຄງການເກັບກູ້ລະເບີດແຫ່ງຊາດຍັງໄດ້ດຳເນີນການໂຄສະນາເຜີຍແຜ່ຄວາມສ່ຽງກ່ຽວກັບລະເບີດບໍ່ທັນແຕກໃນບ້ານຕ່າງໆໃນ 9 ແຂວງທີ່ມີລະເບີດຕົກຄ້າງ, ແຕ່ປານນັ້ນ ໃນແຕ່ລະປີປະຊາຊົນນັບຫລາຍຮ້ອຍຄົນຕ້ອງເສຍຊີວິດໄປ ແລະ ເປັນຈໍານວນຫລາຍໄດ້ຮັບເຄາະຮ້າຍເສຍອົງຄະ ແລະ ພິການຄື: ໃນປີ 2018 ຜ່ານມາ, ທົ່ວປະເທດມີຜູ້ເສຍຊີວິດ 24 ຄົນຈາກລະເບີດດັ່ງກ່າວ. ດັ່ງນັ້ນ ໃນປີ 2020 ຈະມາເຖິງນີ້ ລັດຖະບານລາວ ຈະສຸມໃສ່ຄົົ້ນຄວ້າສ້າງນິຕິກໍາວ່າດ້ວຍການກໍາຈັດລະເບີດລູກຫວ່ານໃຫ້ສໍາເລັດໂດຍພື້ນຖານ ເພື່ອຈະເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດວຽກງານກວດກູ້ລະເບີດບໍໍ່ທັນແຕກໃຫ້ມີປະສິດທິຜົນ.

