ດື່ມນ້ຳໝາກພ້າວສົດດີກ່ວາເຄື່ອງດື່ມທົ່ວໄປ

ໝາກພ້າວມີແຮ່ທາດທີ່ຮ່າງກາຍຕ້ອງການຄົບຖ້ວນ, ມີໄຂມັນທີ່ເປັນປະໂຫຍດຕໍ່ຮ່າງກາຍ ໂດຍຮ່າງກາຍສາມາດດູດຊຶມໄປໃຊ້ປະໂຫຍດໄດ້ພາຍໃນ 5 ນາທີ ແລະ ຍັງເປັນປະໂຫຍດໃນການໄລ່ສານພິດ ແລະ ຊຳລະລ້າງຮ່າງກາຍນຳອີກ, ມີທາດການ ຊຽມ, ແມັກນີຊຽມ, ຟົສຟໍ, ໂປຣຕັສຊຽມ ແລະ ແຮ່ທາດອື່ນໆອີກຫລາຍ. ໝາກພ້າວເປັນໝາກໄມ້ທີ່ມີດ່າງຫລາຍ. ນຳ້ໝາກພ້າວ ແລະ ກະທິສາມາດປິ່ນປົວພະຍາດທີ່ເກີດຈາກຮ່າງກາຍມີຄວາມເປັນກົດຫລາຍເກີນໄປໄດ້ ຄົນລາວຖືວ່າໝາກພ້າວເປັນຢາບຳລຸງກຳລັງ, ບຳລຸງເສັ້ນເອັນ, ໃຊ້ປິ່ນປົວພະຍາດກະດູກໄດ້. ສ່ວນຄົນຈີນເຊື່ອວ່າໝາກພ້າວມີລິດເປັນກາງ ບໍ່ເປັນທັງຫຍິນ ແລະ ຫຍາງ ມີສັບພະຄຸນໃນການຂ້າແມ່ທ້ອງ.
ສຳລັບຄົນປ່ວຍທີ່ມີອາການຮາກ ແລະ ຖອກທ້ອງໃນເວລາດຽວກັນ ໃຫ້ດື່ມແຕ່ນຳ້ໝາກພ້າວ ຢ່າໃຫ້ກິນຢ່າງອື່ນ.
ແມ່ລູກອ່ອນບໍ່ມີນຳ້ນົມພຽງພໍໃຫ້ລູກກິນ ສາມາດໃຫ້ນຳ້ໝາກພ້າວເສີມນຳ້ນົມແມ່ໄດ້ ເພາະມີຄວາມບໍລິສຸດກ່ວານົມຝຸ່ນ ຫລື ນົມງົວ ບໍ່ມີສານເຄມີເຈືອປົນທີ່ເປັນອັນຕະລາຍຕໍ່ຮ່າງກາຍຂອງເດັກນ້ອຍ. ນອກຈາກນີ້, ຖ້າແມ່ຍິງທ່ານໃດເປັນສິວ ຫລື ເປັນປະຈຳເດືອນຕິດຕໍ່ກັນບໍ່ຢຸດ ໃຫ້ດື່ມແຕ່ນຳ້ໝາກພ້າວຢ່າງດຽວ ຕອນດື່ມອາການເຫລົ່ານີ້ອາດຈະເພີ່ມຂຶ້ນ, ແຕ່ກໍເປັນສິ່ງທີ່ດີ ເພາະຮ່າງກາຍຖືກກະຕຸ້ນໃຫ້ໄລ່ສິ່ງເສດເຫລືອອອກມາ, ແຕ່ຫລັງຈາກນັ້ນປະຈຳເດືອນກໍຈະກັບມາເປັນປົກກະຕິ.
ນຳ້ໝາກພ້າວສາມາດດື່ມໄດ້ທຸກມື້ ທຸກເພດທຸກໄວ ເພາະເປັນເຄື່ອງດື່ມຈາກທຳມະຊາດ ນອກຈາກຈະມີປະໂຫຍດແລ້ວ ຍັງເຮັດໃຫ້ຮ່າງກາຍສົດຊື່ນ ບໍ່ເປັນອັນຕະລາຍຄືກັບນຳ້ອັດລົມ. ແນວໃດກໍຕາມ, ຄົນເປັນພະຍາດໝາກໄຂ່ຫລັງ ແລະ ພະຍາດເບົາຫວານບໍ່ຄວນດື່ມນຳ້ໝາກພ້າວ. ນຳ້ໝາກພ້າວເມື່ອຜ່າແລ້ວໃຫ້ດື່ມທັນທີ ບໍ່ຄວນປະໄວ້ດົນ ຖ້າເຮົາຜ່າ ຫລື ປອກແລ້ວຢ່າປະໄວ້ເກີນເຄິ່ງຊົ່ວໂມງ ເຖິງວ່າຈະມ້ຽນໄວ້ໃນຕູ້ເຢັນກໍຕາມ ຄວນກິນໃຫ້ໝົດເລີຍ ຖ້າກິນໝາກໄມ້ສຸກຈາກຕົ້ນຈະໄດ້ຮັບພະລັງຊີວິດສູງ ຫາກເກັບມ້ຽນໄວ້ຄ້າງຄືນ ພະລັງຊີວິດຂອງໝາກໄມ້ຈະຫລຸດຕໍ່າລົງເລື້ອຍໆຕາມໄລຍະເວລາທີ່ເກັບມ້ຽນ.

