ວິທີເພີ່ມມູນຄ່າໃຫ້ຫົວຜັກກາດຂາວຂອງຍີ່ປຸ່ນ

ຫ້າງສັບພະສິນຄ້າໃນປະເທດຍີ່ປຸ່ນຈະມີມາດຕະຖານດ້ານໂພຊະນາການສູງຫລາຍ
ສິນຄ້າໃນພາກກະສິກຳ ຖ້າບໍ່ໄດ້ມາດຕະຖານແທ້ໆ ຮູບຊົງບໍ່ຖືກຕ້ອງ ຮັບຮອງວ່າປະເທດຍີ່ປຸ່ນຕ້ອງປະຕິເສດແນ່ນອນ
ໃນແຕ່ລະປີຈະມີສິນຄ້າຈາກກະສິກອນທີ່ຖືກຄັດຖິ້ມຫລາຍ.

ຊາວກະສິກອນຊັບໂປໂຣ ໃນປະເທດຍີ່ປຸ່ນ ໄດ້ມີຄວາມຄິດວ່າສິນຄ້າທີ່ບໍ່ໄດ້ຮູບຊົງຕາມມາດຕະຖານທີ່ຖືກຄັດຖິ້ມ, ແຕ່ສາມາດເອົາມາກິນໄດ້ ແທນການຈະເອົາໄປຖິ້ມ, ແຕ່ພວກເຂົາກໍມີຄວາມຄິດດີໆທີ່ຈະອອກແບບຜະລິດຕະພັນບັນຈຸໃໝ່ ໃຫ້ມັນອອກມາເບິ່ງໜ້າຮັກ ແລະ ເປັນການສ້າງມູນຄ່າທາງສິນຄ້ານຳອີກ.
ຈາກທີ່ພວກເຂົາໄດ້ມີການອອກແບບຜະລິດຕະພັນສຳລັບບັນຈຸສິນຄ້າໃຫ້ອອກມາໜ້າຮັກ ຈາກຫົວຜັກກາດຂາວທີ່ຄືຈະຖືກຖິ້ມແລ້ວ ກໍກັບມາເປັນສິນຄ້າທີ່ຂາຍດີຫລາຍໆ ຂາຍໝົດໃນເວລາທີ່ວ່ອງໄວຫລາຍ ສະນັ້ນ ຊາວເນັດໃນປະເທດຍີ່ປຸ່ນກໍໄດ້ພາກັນໂພສຖາມວ່າຈະຊອກຊື້ຫົວຜັກກາດຂາວແບບນີ້ໄດ້ຢູ່ໃສ ຈົນກາຍເປັນສິນຄ້າທີ່ຂາຍດີສຸດໄປແລ້ວໃນຕອນນີ້.
ຈາກຄວາມຄິດເລັກໆນ້ອຍໆທີ່ງ່າຍໆ ແລະ ໜ້າຮັກ ແມ່ນແຕ່ຫົວຜັກກາດຂາວທີ່ຕັ້ງໃຈຈະເອົາໄປທຳລາຍຖິ້ມ ກໍສາມາດເອົາກັບມາສ້າງມູນຄ່າໄດ້ຫລາຍຂຶ້ນ.
ຄວາມຄິດນີ້ສາມາດເອົາມາປັບໃຊ້ໄດ້ກັບຫລາກຫລາຍສິນຄ້າ ບໍ່ສະເພາະແຕ່ກັບຫົວຜັກກາດຂາວເທົ່ານັ້ນ ເຊິ່ງສາມາດຊ່ວຍເພີ່ມໂອກາດທີ່ດີໃນການຂາຍໃຫ້ທ່ານໄດ້ອີກທາງໜຶ່ງ.

