ຮ້ານເພັດພະໄທ jewelry ໄດ້ຮັບລາງວັນນັກທຸລະກິດດີເດັ່ນ 2019



ຮ້ານເພັດພະໄທ ຈິວເວີລີ້ (Phetphathai jewelry) ເປັນຮ້ານຈຳໜ່າຍເພັດ, ພອຍ, ມຸກ, ທອງຄຳຂາວ, ແຫວນຄູ່, ແຫວນແຕ່ງ ງານ, ຊຸດເຄື່ອງປະດັບທອງຄຳຂາວ, ວັດຖຸມີຄ່າຊະນິດດີໃນລາຄາທີ່ສາມາດຈັບຈອງ ໄດ້ງ່າຍ ພ້ອມໃຫ້ບໍລິການຫລັງການຂາຍ ແລະ ໃຫ້ຄໍາປຶກສາແກ່ລູກຄ້າກ່ຽວກັບຄວາມຮູ້ ຕ່າງໆສໍາລັບເຄື່ອງປະດັບດັ່ງກ່າວເປັນຢ່າງດີ, ເຊິ່ງຮ້ານດັ່ງກ່າວຕັ້ງຢູ່ບ້ານສີດໍາດວນ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ແລະ ເປັນຮ້ານເພັດທີ່ໄດ້ຮັບລາງວັນນັກທຸລະກິດດີເດັ່ນປະຈໍາປີ 2019 ໃນ ກອງປະຊຸມລັດຖະມົນຕີຊາວໜຸ່ມອາຊຽນ ຄັ້ງທີ 11 ແລະ ກອງປະຊຸມລັດຖະ ມົນຕີຊາວໜຸ່ມອາຊຽນ ບວກ 3 ຄັ້ງທີ 7 ທີ່ນະຄອນຫລວງວຽງຈັນ.
ທ່ານ
ນາງ ຈັນໂສ ຈິດຕິວົງ (ແພນ) ເຈົ້າຂອງຮ້ານເພັດພະໄທ ແຫ່ງນີ້ ໃຫ້ຮູ້ວ່າ: ການໄດ້ຮັບລາງວັນນັກທຸລະກິດດີເດັ່ນປະຈໍາປີນີ້, ເຊິ່ງເປັນຄັ້ງທໍາອິດ ແລະ ເປັນອີກບາດກ້າວໜຶ່ງແຫ່ງຄວາມພາກພູມໃຈທີ່ທາງພັກ-ລັດ ໄດ້ຊີ້ນໍາພ້ອມທັງເຫັນເຖິງຄວາມຕັ້ງໃຈພະຍາຍາມບຸກບືນຂອງຊາວໜຸ່ມລາວກໍຄືນັກທຸລະ
ກິດໝຸ່ມລາວທີ່ມີຫົວຄິດປະດິດສ້າງພັດທະນາສ້າງຫົວໜ່ວຍທຸລະ ກິດຂະໜາດນ້ອຍ ແລະ ກາງ (SME)
ໃຫ້ເຕີບໃຫຍ່ຂະຫຍາຍຕົວ, ໃນນາມຜູ້ເປັນເຈົ້າຂອງຮ້ານເພັດພະໄທ jewelry ທີ່ໄດ້ຮັບລາງວັນອັນຊົງກຽດນີ້, ກໍຂໍສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫລືອມາຍັງພັກ-ລັດ ທີ່ໃຫ້ທິດທາງ, ສົ່ງເສີມ ແລະ ສະໜັບສະໜູນສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການດໍາເນີນງານຂອງພວກ
ເຮົາຕະຫລອດມາ ໂດຍສະເພາະແມ່ນບັນດາລູກຄ້າທີ່ໃຫ້ການຕອບຮັບສະໜັບສະໜູນ, ໄວ້ເນື້ອເຊື່ອໃຈ ຊ່ວຍຮ້ານເພັດພະໄທ
jewelry ກ້າວຂຶ້ນສູ່ເວທີ
ທີ່ມີກຽດລະດັບຊາດຄັ້ງນີ້.


ທ່ານ
ນາງ ຈັນໂສ ຈິດຕິວົງ ໃຫ້ຮູ້ຕື່ມວ່າ: ການພັດທະນາຂອງຮ້ານ
ເພັດພະໄທ jewelry
ແມ່ນມີຄວາມກ້າວກະໂດດນັບທັງດ້ານຮູບແບບຂອງຜະ
ລິດຕະພັນທີ່ໄດ້ເນັ້ນຄວາມທັນສະໄໝປະສົມປະສານກົມກໜວຂອງແບບລາວ ປະຍຸກອັນໄດ້ສ້າງຄວາມຈັບອົກຈັບໃຈຂອງລູກຄ້າຜູ້ມາໃຊ້ບໍລິການເປັນຢ່າງດີ
ພ້ອມນັ້ນທາງຮ້ານຍັງໄດ້ເນັ້ນການພັດທະນາຄວາມຮູ້ຄວາມສາມາດດ້ານວິຊາການ ແລະ
ທັດສະນາຄະຕິຂອງພະນັກງານໃຫ້ນັບມື້ສູງຂຶ້ນ. ເພື່ອສາມາດ
ຮອງຮັບບໍລິການສັງຄົມດີຂຶ້ນ ແລະ ຄາດວ່າໃນອີກບໍ່ດົນຮ້ານເພັດພະໄທ
jewelry
ຈະເປີດຮ້ານໃໝ່ຂອງຕົນທີ່ໃຫຍ່ກວ່າເກົ່າ ເພື່ອຮອງຮັບຖານລູກຄ້າທີ່ນັບມື້ເພີ່ມຂຶ້ນເລື້ອຍໆ.
ພ້ອມນີ້, ຍັງໄດ້ຮຽກຮ້ອງທາງພັກ-ລັດໃຫ້ນະໂຍສົ່ງເສີມບົດບາດຂອງໄວໝຸ່ມຍິງຫລາຍຂຶ້ນ ເພື່ອສາມາດພັດທະນາຕົນເອງໃຫ້ຢູ່
ຄຽງຄູ່ກັບເພດຊາຍຕະຫລອດໄປ.

ໃນໂອກາດນີ້, ທາງຮ້ານເພັດພະໄທ jewelry ແຫ່ງນີ້ກໍຂໍແຈ້ງມາຍັງລູກ ຄ້າຊາບວ່າ: ໃນຊ່ວງໄລຍະເຂົ້າພັນສາທາງຮ້ານໄດ້ມີໂປຣໂມຊັນພິເສດໃຫ້ແກ່ ລູກຄ້າທີ່ກໍາລັງກະກຽມງານແຕ່ງ-ງານໝັ້ນເຂົ້າມາຊື້ແຫວນຄູ່ທາງຮ້ານຈະມີສ່ວນຫລຸດເລີ່ມຕົ້ນແຕ່ 15% ຂຶ້ນໄປ ແລະ ພ້ອມລຸ້ນສ່ຽງໂຊກຮັບເງິນສົດໃນທຸກໆເດືອນ 5 ລ້ານກີບ, ຜ່ານໄລສົດທາງ ເຟສບຸກ (Phetphathai jewelry ຮ້ານເພັດພະໄທ ຈິວເວີລີ້) ແລະ ສົນໃຈສາ ມາດຕິດຕໍ່ໄດ້ທີ່ 030 5556555, 020 99939789, 020 92899659.
