​ແມັດທຣິວ ວູ໊ບ ຄວ້າ​ແຊ້ມ 3 ​ເອັມ​ໂອ​ເພັ້ນ

ແມັດທຣິວ ວູ໊ບ ຄວ້າແຊ້ມ 3 ເອັມໂອເພັ້ນໄປຄອງ ໂດຍໄດ້ແຊ້ມຈາກການເຮັດ ອີເກີ້ ໄດ້ໃນຂຸມສຸດທ້າຍ ເຊິ່ງ ຖືເປັນແຊ້ມລະດັບ ພີຈີເອ ທົວລາຍການທຳອິດ ຂອງ ເຂົາອີກດ້ວຍ.

ແມັດທຣິວ ວູ໊ບ ນັກກິລາ ກ໊ອບຈາກສະຫະລັດອາເມລິກາ ສ້າງຜົນງານໂດດ ເດັ່ນເກັບຄະແນນ 6 ອັນເດີ້ ພາຂອງການແຂ່ງຂັນຮອບ ສຸດທ້າຍ ໃນການແຂ່ງຂັນ 3 ເອັມໂອເພັ້ນ ເມື່ອວັນທີ 7 ກໍລະກົດ ສົ່ງຜົນໃຫ້ໄດ້ແຊ້ມ ໄປຄອງ.

ສະຫຼຸບຜົນການແຂ່ງ ຂັນກ໊ອບ ພີຈີເອ ທົວ ລາຍການ 3 ເອັມ ໂອເພັ້ນ ຊິງເງິນລາງ ວັນລວມ 6.4 ລ້ານໂດລາ ທີ່ສະໜາມ ທີພີຊີ ທະວິນ ຊີຕີ້ ໄລຍະ 7,468 ຫຼາ ພາ 71 ໃນເມືອງເບລນ ລັດມິນເນ ໂຊຕ້າ ປະເທດສະຫະລັດ ອາເມລິກາ  ຫຼັງຈົບການແຂ່ງ ຂັນຮອບສຸດທ້າຍ.

1.         (-21) 263 – ແມັດທຣິວ ວູ໊ບ 69-67- 62-65.

2.         (-20) 264 – ໄບຣສັນ ເດີແຊມບິວ 66-62-70-66 .

3.         (-20) 264 – ໂຄລິນ ໂມຣິຄາວະ 68-66-64-66.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ