ຢຸດຕິ​ໄດ້​ແລ້ວ​ການ​ເລືອກ​ເອົາ​ຄົນ​ເຈົ້າຄົນ​ຂ້ອຍ

 ໂດຍ: ລູກເມືອງພວນ

ສະບາຍດີ, ທ່ານຜູ້ອ່ານ ທີ່ຮັກແພງ, ກໍດັ່ງພວກເຮົາ ຮັບຮູ້ນຳກັນແລ້ວວ່າ: ຖ້າຢາກ ໃຫ້ປະເທດຊາດ ບ້ານເມືອງ ຈະເລີນຮຸ່ງເຮືອງກ້າວໜ້າຄື ກັນກັບບັນດາປະເທດອື່ນໆ ໃນໂລກ, ຄວນຢຸດຕິໄດ້ແລ້ວ ການເລືອກເອົາແຕ່ລູກຫຼານ, ຍາດຕິພີ່ນ້ອງ, ພັກພວກ ຂອງຕົນເອງເຂົ້າສັງກັດໃນ ໜ້າທີ່ຕຳແໜ່ງທີ່ບໍ່ແທດ ເໝາະກັບຄວາມຮູ້ ຄວາມສາມາດ ຈົ່ງຫັນມາເລືອກເອົາ ຄົນດີ, ຄົນເກັ່ງ, ມີຄວາມຮູ້ ຄວາມສາມາດ ເຂົ້າມາເຮັດການໃຫ້ພັກ, ໃຫ້ລັດເພື່ອຮັບ ໃຊ້ປະເທດຊາດ, ຮັບໃຊ້ຊາຊົນ. ຖ້າຫາກຍັງມົກມົ້ນຢູ່ ກັບລູກເຈົ້າ, ລູກຂ້ອຍ, ພັກພວກໃຜມັນ  ຫຼື ຊື້ ຈ້າງກັນເອົາຕຳ ແໜ່ງຄືໄລຍະຜ່ານມາແລ້ວ ປະເທດຊາດກໍຈະພັດທະນາໄດ້ຊ້າ.

ຄົນລາວຍຸກປັດຈຸບັນມີ ຜູ້ດີ ຜູ້ທີ່ເກັ່ງ, ຜູ້ທີ່ມີຄວາມ ຮູ້ຄວາມສາມາດຫຼາຍ (ນັບຕັ້ງແຕ່ລະດັບ ປະລິນຍາຕີ ຫາ ປະລິນຍາເອກ, ນັບທັງ ຈົບຢູ່ພາຍໃນ ແລະ ຕ່າງປະເທດ) ແຕ່ຄົນຈຳນວນນີ້ ສ່ວນຫຼາຍຖືກປະຖິ້ມໄປ ຫຼື ບໍ່ຖືກນຳໃຊ້ເອົາຄວາມຮູ້ ຄວາມສາມາດຂອງພວກ ເຂົາທີ່ຮຽນມາເພື່ອຫວັງຮັບ ໃຊ້ປະເທດຊາດ,  ອັນເນື່ອງ ຈາກວ່າບໍ່ໄດ້ສົນໃຈກັບຍົດ ສັກຕຳແໜ່ງທີ່ໄດ້ມາໂດຍ ບໍ່ຊອບທຳ ຫຼື ແທດເໝາະ ກັບຄວາມຮູ້ຄວາມສາມາດ ຂອງເຂົາເຈົ້າ.

ເພື່ອບໍ່ໃຫ້ສວາຍເກີນແກ້ ທີ່ສະໝອງຈະໄຫຼຖິ້ມ, ຄວນ ຢຸດຕິໄດ້ແລ້ວເລື່ອງເລືອກເອົາຄົນເຈົ້າ, ຄົນຂ້ອຍໃຫ້ຫັນ ມາເລືອກເອົາຄົນດີມີຄຸນສົມ ບັດ, ມີຄວາມຮູ້ຄວາມສາມາດເຂົ້າມາຮັບໃຊ້ຊາດຮັບ ໃຊ້ປະຊາຊົນ ພັດທະນາ ປະ ເທດຊາດບ້ານເມືອງໃຫ້ຈະເລີນຮຸ່ງເຮືອງຄືບ້ານເພີ່ນ ເມືອງທ່ານ. ເຖິງເວລາຢຸດ ຕິໄດ້ແລ້ວ ແນວຄິດເກົ່າໆ, ເໜົ່າ ເໝັນດັ່ງກ່າວ.

ຖ້າຄົນລາວບໍ່ເປັນຫວ່ງຕໍ່ຊະຕາກຳຂອງປະເທດຊາດ ຄືຊິບໍ່ມີໃຜແລ້ວມາເປັນ ຫວ່ງໃຫ້ພວກເຮົາ. ຂໍວອນ ຢ່າງຈິງໃຈມາຍັງຜູ້ມີອຳນາດ ທັງຫຼາຍຈົ່ງຢຸດຕິບັນຫາດັ່ງກ່າວນັ້ນໄດ້ແລ້ວ ເພື່ອບໍ່ ສວາຍເກີນແກ້.


  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ