ຄໍຣີ້ ເກົ໊າ ນັກກິລາເຕັນນິສ ອາຍຸ 15 ປີ ຜ່ານເຂົ້າສູ່ຮອບສາມ ໃນການແຂ່ງຂັນເຕັນນິສ ວິມເບີນດັ້ນ

ຄໍຣີ້ ເກົ໊າ ນັກກິລາເຕັນນິສ ຈາກ ສະຫະລັດອາເມຣິກາ ອາຍຸ 15 ປີ ຍັງຄົງໂຊຝີມືທີ່ ໂດດ ເດັ່ນ ຊະນະ ມັກດາເລນ້າ ໄຣບາຣິໂຄວ້າ ຈາກ ສະໂລວາ ເກຍ 2-0 ເຊັດ ໂດຍໃຊ້ເວລາ ໄປພຽງ 41 ນາທີ ຜ່ານເຂົ້າ ສູ່ ຮອບສາມໃນການແຂ່ງຂັນ ເຕັນນິສ ວິມເບີນດັ້ນ.
ສະຫຼຸບຜົນການ ແຂ່ງຂັນ ເຕັນນິສແກຣນສະແລມລາຍການທີ 3 ປະຈໍາປີ 2019 ລາຍການ ວິມເບີນດັ້ນ ຊິງເງິນ ລາງວັນລວມ 38 ລ້ານປອນ ທີ່ນະຄອນລອນດອນປະເທດອັງກິດ ໃນວັນທີ 3 ກໍລະກົດ ທີ່ຜ່ານມາ.
ປະເພດຍິງດ່ຽວ ຮອບ ສອງສະເພາະຄູ່ທີ່ໜ້າສົນໃຈ
– ເອລິນ້າ ສະວິໂຕລິ ນ້າ ຈາກ ຢູເຄຣນ ມືວາງອັນ ດັບ 8 ຜ່ານ ມາກາຣິຕ້າ ກາສ ປາຍ້ານ ຈາກຣັດເຊຍ 5-7, 6-5 ເກມ (ກາສປາຍ້ານຂໍຍອມແພ້ເນື່ອງຈາກມີອາ ການບາດເຈັບ)
-ມາເຣຍ ຊັດຄາຣີ້ ຈາກ ເກຣັກ ມືວາງອັນດັບ 31 ຊະນະ ມາຣີ ບູສໂຄວ້າ ຈາກ ສາທາລະນະລັດເຊັກ 2-0 ເຊັດ 6-4 , 6-1 ເກມ.
-ເປຕ້າ ມາຕິສ ຈາກ ໂຄ ເອເຊຍ ມືວາງອັນດັບ 24 ຊະ ນະ ອະນາສຕາເຊຍ ໂປຕາ ໂປວ້າ ຈາກ ຣັດເຊຍ 2-1 ເຊັດ 3-6,6-3,6-4 ເກມ.
-ຄໍຣີ້ ເກົ໊າ ຈາກ ສະຫະ ລັດອາເມຣິກາ ຊະນະ ມັກດາ ເລນ້າ ໄຣບາຣິໂຄວ້າ ຈາກ ສະໂລວາເກຍ 2-0 ເຊັດ 6-3,6-3 ເກມ.
-ແຄໂຣໄລ ວ໋ອດນຽດກີ້ ຈາກ ເດັນມາກ ມືວາງອັນ ດັບ 14 ຊະນະ ເວໂຣນິກ້າ ຄູ ເດີ້ເມໂຕວ້າ ຈາກຣັດເຊຍ 2-0 ເຊັດ 7-6(7-5),6-3 ເກມ.


