ລາວ​ກຽມ​ສ້າງ​ວິທະຍາ​ໄລ​ວິຊາ​ຊີບ​ທາງ​ລົດ​ໄຟ

ເສັ້ນທາງລົດໄຟລາວ-ຈີນ ມີຄວາມຕ້ອງການພະນັກງານຫຼາຍພັນຄົນ ເພື່ອຮອງຮັບການເປີດນຳໃຊ້ ໃນປີ 2021, ສະນັ້ນ, ລັດຖະບານ ລາວ ແລະ ຈີນ ຈະຮ່ວມກັນສ້າງຕັ້ງວິທະຍາໄລ ວິຊາຊີບ ເຕັກນິກການທາງລົດໄຟ ລາວຂຶ້ນ ເພື່ອຕອບສະໜອງ ຊ່ຽວຊານທີ່ເປັນມືອາຊີບເຮັດວຽກໃນໂຄງການດັ່ງກ່າວ.

ທ່ານ ກອງສີ ແສງມະນີ ຮອງລັດທະມົນຕີ ກະຊວງສຶກ ສາທິການ ແລະ ກິລາ ໃຫ້ຮູ້ວ່າ: ວິທະຍາໄລດັ່ງກ່າວ, ແມ່ນຍັງຢູ່ໃນຂັ້ນຕອນການອອກແບບ ແລະ ໃກ້ຈະສຳ ເລັດແລ້ວ, ປັດຈຸບັນຍັງລໍຖ້າ ການອອກແບບຈາກປະເທດຈີນ ແລະ ຄິດວ່າໂຄງການ ກໍ່ສ້າງອາດຈະໄດ້ເລີ່ມໃນທ້າຍປີນີ້. ວິທະຍາໄລດັ່ງກ່າວ ຈະໄດ້ສ້າງຕັ້ງຂຶ້ນຢູ່ໃກ້ກັບ ເຂດສະໜາມກິລາແຫ່ງຊາດ ຫຼັກ 16 ແລະ ຄາດວ່າຈະໃຫ້ ສໍາເລັດການກໍ່ສ້າງພາຍໃນ 2 ປີ. ປັດຈຸບັນກະຊວງ ສຶກສາທິການ ແລະ ກິລາ ໄດ້ ສົ່ງພະນັກງານຄູ 30 ກວ່າ ຄົນໄປສຶກສາອົບຮົມ ຢູ່ທີ່ປະ ເທດຈີນ ເພື່ອກ້ຽມພ້ອມສຳ ລັບວິທະຍາໄລດັ່ງກ່າວ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ