ທຣຳ ເວົ້າວ່າ: ອີຣານກຳລັງຫລິ້ນກັບໄຟ

ປະທານາທິບໍດີ ດໍໂນ ທຣຳ ເວົ້າວ່າ: ເຂົາບໍ່ໄດ້ມີສັນ ຍານເຕືອນຫຍັງແຕ່ ອີຣານ ຄວນຮູ້ຕົນເອງວ່າ ກຳລັງ “ ຫລິ້ນກັບໄຟ ”
ວັນທີ 1 ກໍລະກົດນີ້, ປະທານາທິບໍດີ ທຣຳ ປະກາດ ວ່າ: ອີຣານກຳລັງຫລິ້ນກັບໄຟ, ໃນເມື່ອວ່າ ອີຣານກຳລັງ ຄອບຄອງທາດ urani ເກີນ ກຳນົດຕາມການຕົກລົງກ່ຽວ ກັບນິວເຄລຍປີ 2015 ຫລື ຍັງເອີ້ນວ່າ ການປະຕິບັດລວມຮອບດ້ານ (JCPOA), ເຊິ່ງ ອີຣານໄດ້ລົງນາມກັບ ບັນດາ ຊາດມະຫາ ອຳນາດ ໄວ້ແລ້ວ.
ໃນເມື່ອຖືກນັກຂ່າວຖາມວ່າ: ອັນນີ້ແມ່ນສັນຍານເຕືອນ ຕໍ່ ອີຣານບໍ? ປະທານາທິບໍດີ ດໍໂນ ທຣຳ ເວົ້າວ່າ: ເຂົາ ບໍ່ໄດ້ມີສັນຍານເຕືອນຫຍັງ ທັງໝົດແຕ່ອີຣານຕ້ອງເຂົ້າໃຈວ່າ ຕົນເອງກຳລັງ “ຫລິ້ນກັບໄຟຢູ່”
ກ່ອນໜ້ານີ້, ສຳນັກຂ່າວ ສານຂອງ ອີຣານ ISNA ໄດ້ອ້າງອີງຄຳເວົ້າ ຂອງລັດຖະມົນຕີກະຊວງການຕ່າງປະເທດ Zarif ວ່າ: ອີຣານໄດ້ຄອບຄອງ ທາດ urani ເກີນ 300 ກລ ຕາມ ການຕົກລົງກັນ.
ບົດຖະແຫຼງການບົດ ໜຶ່ງອອກໂທລະພາບແຫ່ງ ຊາດຂອງ ອີຣານ, ທ່ານ Zarif ໄດ້ປະກາດວ່າ: “ບໍ່ມີທາງ ” ທີ່ ອີຣານຈະກົ້ມ ຫົວຍອມຕໍ່ການກົດດັນ ຂອງສະຫະລັດ ອາເມລິກາ ແລະ ຖ້າສະຫະລັດອາເມລິກາຢາກເຈລະຈາຕ້ອງ “ສະແດງຄວາມນັບຖືຕໍ່ອີຣານ ” .
ຮຽບຮຽງໂດຍ: ລູກເມືອງພວນ


