ເງິນກີບເຟີ້ຍ້ອນພວກເຮົາເຜີທັງພາກັນເຫີ່

ໂດຍ: ທິດກ່ຳ
ມາເຖິງທຸກວັນນີ້ ເຮົາເຫັນວ່າເງິນບາດ (ສະກຸນເງິນໄທ) ມັນນັບມື້ແຂງຄ່າຂຶ້ນໄປຕິກໆ, ແຕ່ສະໄໝກ່ອນໆເຖິງວ່າມັນຫລຸດລື່ນກັນ ແຕ່ເມື່ອປຽບທຽບໃສ່ອັດຕາແລກປ່ຽນເງິນບາດກັບເງິນກີບ ມັນກໍບໍ່ໂຕນກັນຫລາຍພໍເທົ່າໃດ.
ໃນຫລາຍທົດສະວັດຜ່ານມາ, ເກືອບຮ້ອຍເປີເຊັນ (100%) ສິນຄ້າປະເພດອຸປະໂພກ-ບໍລິໂພກທຸກຢ່າງ ແມ່ນນຳເຂົ້າຈາກປະເທດໄທອ້ອຍຕ້ອຍ ແຕ່ກໍເຫັນວ່າຄຸນຄ່າຂອງເງິນກີບກັບເງິນບາດກໍບໍ່ໄດ້ຫລຸດລື່ນຜິດດ່ຽງກັນຈົນເກີນໄປ ຫລືຖ້າຈະປຽບທຽບກໍເໝືອນໄຂ່ເປັດກັບໄຂ່ໄກ່.
ຕົກມາໃນຍຸກເສດຖະກິດຕະຫລາດຄືປັດຈຸບັນ ເຮົາເຫັນວ່າເງິນບາດໄດ້ຕີຖອຍເງິນກີບໄປເລື້ອຍໆ ຍ້ອນວ່າມາຮອດດຽວນີ້ ອັດຕາແລກປ່ຽນລະຫວ່າງເງິນກີບກັບເງິນບາດແມ່ນເກືອບ 30.000 ກີບຕໍ່ 100 ບາດໄທແລ້ວ. ເມື່ອຕັ້ງໂຈດກັນວ່າເປັນຫຍັງເງິນບາດຈຶ່ງນັບມື້ແຂງຄ່າຂຶ້ນ? ຄຳຕອບກໍມີຫລາຍປັດໄຈ ແລະ ຫລາຍເຫດຜົນເຊັ່ນ: ຖ້າຕອບແບບກວມລວມກໍແມ່ນຍ້ອນເສດຖະກິດໂລກມີການຜັນຜວນ.
ບັນຫາໃຫຍ່ໆກໍແມ່ນຈີນກັບອາເມລິກາພວມເຮັດເສີກການຄ້າ, ໃຜບໍ່ຍອມໃຜ? ໃຜກໍວ່າໃຜເກັ່ງ ສຸດທ້າຍມັນກໍສະທ້ອນໄປຮອດກົ້ນຂີ້ມັ່ງ, ມັ່ງບໍ່ຂີ້ສາມມື້ກະຕ່າຍຕາຍ ນີ້ລະເຂົາເອີ້ນວ່າມັນເກີດຈາກປັດໄຈພາຍນອກ ແລະ ຍັງມີປັດໄຈພາວະວິໄສອື່ນໆມາກະທົບເປັນສາຍໃຍຕ່ອງໂສ້ເກາະກ່າຍກັນໄປປານເຈັກຂາຍລວດ.
ແນວໃດກໍຕາມ, ສຳລັບເຫດຜົນທາງດ້ານອັດຕະວິໄສ ເຊິ່ງເຂົາເອີ້ນວ່າປັດໄຈພາຍໃນທີ່ມາກະທົບນັ້ນກໍມີຫລາຍຢ່າງເໝືອນກັນເຊັ່ນວ່າ: ບັນຫາໃຫຍ່ໆ ແມ່ນເສດຖະກິດຂອງລາວເຮົາຍັງບໍ່ທັນມັ່ງຄັ່ງເຂັ້ມແຂງ, ຂາເຂົ້າຫລາຍກວ່າຂາອອກ, ຕົວເລກການຂາດດູນຍັງມີສູງ, ຍອດຜະລິດຕະພັນຕໍ່ຫົວຄົນປັດຈຸບັນໄທໄດ້ 20.000 ໂດລາສະຫະລັດຕໍ່ຄົນຕໍ່ປີ, ສ່ວນລາວເຮົາໄດ້ພຽງ 2.500 ໂດລາສະຫະລັດຕໍ່ຄົນເທົ່ານັ້ນ, ເມື່ອປຽບທຽບຕົວເລກນີ້ເຮົາກໍຮູ້ເປັນອັນຈະແຈ້ງແລ້ວ.
ນອກນັ້ນ, ປະເທດເຮົາຍັງຕົກຢູ່ໃນຊາຕາກຳເປັນປະເທດທີ່ທຸກຍາກ ແລະ ດ້ອຍພັດທະນາປະເທດໜຶ່ງໃນໂລກ, ຈາກສະພາບເງື່ອນໄຂທີ່ກ່າວມານີ້ແລ້ວ ພວກເຮົາຍັງຂາດປັດໄຈອື່ນໆອີກຫລາຍດ້ານ ທີ່ເຮັດໃຫ້ຄຸນຄ່າເງິນກີບຕົກຕ່ຳໄປເລື້ອຍໆ.
ຕາມທິດກ່ຳວ່າບັນດາປັດໄຈທີ່ວ່ານີ້ ກໍແມ່ນເນື່ອງມາຈາກພວກເຮົາເຜີ ແລະ ທັງພາກັນເຫີ່ນຳເງິນບາດ, ເງິນໂດລາ ຈຶ່ງເຮັດໃຫ້ເງິນກີບເຟີ້ ແລະ ຕົກຕ່ຳ, ສິ່ງທີ່ໜ້າເປັນຫວ່ງ ແລະ ຕົກໃຈນັ້ນ ພວກເຮົາພາກັນຫລຸດຄ່ານິຍົມເງິນກີບໂດຍຫັນໄປໃຊ້ເງິນບາດ, ເງິນໂດລາ ໃນການຊື້-ຂາຍດັ່ງທີ່ເຫັນໃນສະພາບປັດຈຸບັນ.
ກ່າວເຖິງຕົວເລກຕົວຜາລາຍໃຫຍ່ໆ, ການຄ້າການຂາຍລາຍໃຫຍ່ໆ ກໍພາກັນເວົ້າເປັນເງິນບາດ, ເງິນໂດລາ, ຂາຍລົດ, ຂາຍລໍ້, ຂາຍດິນດອນຕອນຫຍ້າກໍວ່າເປັນເງິນບາດເປັນໂດລາ, ຄ່າແກ່ວສິນດອງກໍຄາດກະເປັນບາດເປັນໂດລາ, ຂາຍງົວ, ຂາຍຄວາຍ, ຕະຫລອດຂາຍເປັດ, ຂາຍໄກ່ ກໍວ່າເທົ່ານັ້ນບາດເທົ່ານີ້ບາດ ເອົາໄປເອົາມາໃນວົງສັງຄົມລາວທົ່ວປະເທດໂດຍລວມ ກໍພາກັນມັກໃຊ້ ແຕ່ເງິນບາດ ແລະ ເງິນໂດລາ. ພວກເຈົ້າພວກນາຍທັງຫລາຍເວົ້າເຖິງສິນຈ້າງລາງວັນ, ຄ່າລາຍເຊັນ, ເງິນກ້ອງໂຕະ ເວົ້າເຖິງເງິນກີບເພິ່ນພັດບໍ່ຫ້າວ, ແຕ່ຖ້າເປັນເງິນບາດ, ເງິນໂດລາ ເພິ່ນພັດສາວໃສ່ວັບໆ, ຂະໜາດໝໍພອນ ເວລາຈະຜູກແຂນໃຫ້ຄູ່ສົມລົດໃໝ່ເພິ່ນຍັງວ່າຮ້າຍກວາດໜີ, ດີກວາດເຂົ້າ, ເງິນບາດໃຫ້ໄຫລມາ, ເງິນໂດລາໄຫລເຂົ້າຂວັນເຈົ້າຈຶ່ງມາໂຮມ ວ່າຊັ້ນ!.
ອັນໂຕສຳຄັນອີກອັນໜຶ່ງ ກໍແມ່ນການຜະລິດສິນຄ້າຂະໜາດນ້ອຍ, ຂະໜາດກາງ ຢູ່ບ້ານເຮົາບໍ່ທັນເຂັ້ມແຂງ, ລາຍໄດ້ຂອງປະຊາຊົນບັນດາເຜົ່າຍັງຕ່ຳ, ການຜະລິດສິນຄ້າເພື່ອສົ່ງອອກບໍ່ທັນຫລາກຫລາຍກວ້າງຂວາງ, ອາໄສການຂາຍຜະລິດຕະພັນດ້ານອຸດສາຫະກຳສ່ວນໃຫຍ່ຍັງເປັນກຳມະສິດຂອງເອກະຊົນຜູ້ລົງທຶນ, ການເກັບພາສີອາກອນລາຍໄດ້ຕ່າງໆ, ນັບທັງພາສີທີ່ດິນໃນແຕ່ລະປີບໍ່ໄດ້ຕາມການຄາດໝາຍ.
ນອກນັ້ນ, ການຊົມໃຊ້ສິນຄ້າຂອງຄົນລາວເຮົາຈຳນວນບໍ່ໜ້ອຍເຫີ່ໄປຊື້ຢູ່ໄທທັງໆທີ່ສິນຄ້າຫລາຍປະເພດກໍມີຈຳໜ່າຍຢູ່ລາວ, ໃນແຕ່ລະວັນໂດຍສະເພາະວັນເສົາ-ວັນອາທິດ ຄົນລາວເຮົາເຫີ່ໄປລົງຕະຫລາດຈັບຈ່າຍຢູ່ໄທໃນແຕ່ລະແຂວງຊາຍແດນ ແຕ່ເໜືອຈົນສຸດໃຕ້.
ສະຫລຸບແລ້ວ, ເງິນກີບເຟີ້ກໍຍ້ອນພວກເຮົາເຜີທັງພາກັນເຫີ່ປະເງິນກີບຫັນໄປນິຍົມຊົມໃຊ້ເງິນບາດ, ເງິນໂດລາຂອງປະເທດອື່ນນັ້ນເອງ.


