ແມັກ ເຟີສະຕັບເຟັ້ນ ຄວ້າແຊ້ມການແຂ່ງຂັນລົດ F1 ອອສຕ້ຽນ ກຣັງປຣີ

ແມັກ ເຟີສະຕັບເຟັ້ນ ນັກກິລາແຂ່ງລົດຟໍມູລ້າວັນ F1 ຈາກທີມເຣດບລູ ເຣສຊິ້ງ ຄວ້າແຊ້ມ ອອສຕ້ຽນ ກຣັງ ປຣີ ໃນຂະນະທີ່ ຊານ ເລີ ແຄ ນັກກິລາຈາກທີມເຟີຣາຣີ້ ຕາມ ມາເປັນອັນດັບທີ 2 .
ສະຫຼຸບຜົນການແຂ່ງຂັນລົດຟໍມູລ້າວັນ F1 ຊິງແຊ້ມ ໂລກ ສະໜາມທີ 9 ຂອງລະ ດູການ 2019 ລາຍການ ອອສຕ້ຽນ ກຣັງປຣີ ຮອບຊິງ ຊະນະເລີດ ທີ່ສະໜາມ ເຣດ ບລູ ເຣສຊິ້ງ ເຊີກິດ ປະເທດ ອອສເຕຣຍ ເມື່ອວັນອາ ທິດທີ່ຜ່ານມາ.
ອັນດັບ 1 ແມັກ ເຟີສະຕັບ ເຟັ້ນ ຈາກເນເທີ້ເເລນ ທີມ ເຣດ ບລູ ເຣສຊິ້ງ ຮອນດ້າ ເຂົ້າເສັ້ນໄຊດ້ວຍເວລາ 1:22:01.822 ຊົ່ວໂມງ.
ອັນດັບ 2 ຊານ ເລີ ແຄ ຈາກໂມນາໂກ ທີມເຟີຣາຣີ້ ຕາມຫຼັງ 2.724 ວິນາທີ.
ອັນດັບ 3 ວັນເທຣີ້ ບ໋ອສ ທາສ ຈາກຟິນແລນ ທີມເມີຊີ ເດສ ຕາມຫຼັງ 18.960 ວິນາທີ .
ອັນດັບ 4 ເຊບາສຕຽນ ເວັດເທວ ຈາກເຢຍລະມັນ ທີມເຟີຣາຣີ້ ຕາມຫຼັງ 19.610 ວິນາທີ.
ອັນດັບ 5 ລູອິສ ແຮມິນ ຕັ້ນ ຈາກສະຫະຣາ ຊອານາ ຈັກ ທີມເມີຊີເດສ ຕາມຫຼັງ 22.805 ວິນາທີ


