ເສັ້ນທາງໄປຂົນເອົາຄຳລຳບາກກາກກຳ

ໂດຍ: ທິດກ່ຳ
ປີກ່ອນໆ ທິດກ່ຳ ໄດ້ໄປແຖວເມືອງວິລະບູລີ, ເຊໂປນ ໄປເຫັນສະພາບເສັ້ນທາງໄປຂົນເອົາຄຳຈົນໜ້າວິຕົກ, ເບິ່ງລົດມັນແລ່ນໄປຄືເຕົ່າຜ່ານບວກຂຸມຂົນຫົວງັກຫົວແງ້ນ, ໂງກເງະໂງເງ ມັນບໍ່ສົມກັບວ່າເສັ້ນທາງໄປຂົນເອົາຄຳຕ້ອງດີແໜ້ນໜາ ທັງຮັບປະກັນນ້ຳໜັກເປັນສິບໂຕນຊາວໂຕນແລ່ນໄປມາສະດວກສະບາຍສົມກັບວ່າເສັ້ນທາງໄປຂົນເອົາຄຳ.
ມາຮອດປີນີ້, ເສັ້ນທາງແຖວນັ້ນດີ ຫລືຍັງຄືເກົ່າ ທິດກ່ຳ ກໍບໍ່ທັນໄດ້ມີໂອ
ກາດໄປອີກ ຈັກວ່າເພິ່ນເຮັດດີເຮັດຄັກ ຫລືວ່າຍັງຄືເກົ່າ ແລະ ຫລືຂີ້ຮ້າຍກວ່າເກົ່າກໍບໍ່ຮູ້, ຕໍ່ມາຫວ່າງທິດຫລັງນີ້ ກໍມີໂອກາດໄດ້ໄປບ້ານນ້ຳຍອນ, ເມືອງອານຸວົງແຂວງໄຊສົມບູນ, ເຊິ່ງບ້ານດັ່ງກ່າວຢູ່ໃກ້ໆຕິດກັບບ່ອນຮ່ອນເອົາຄຳ ເຫັນສະພາບເສັ້ນທາງກໍເປັນໜ້າສັງເວດເໝືອນກັນ.
ຍານທີ່ປຸກກວ່າໝູ່ ກໍແມ່ນແຕ່ຄ່າກາຍບ້ານປ່າໄລ ໄປບໍ່ພໍເທົ່າໃດຫລັກກໍເປັນສະພາບທາງແດງເປັນລຸບເປັນໂນນ, ຂຶ້ນພູລົງຄ້ອຍ, ລົດບືນໄປຕາມຄື້ນໂກກໂວກເກກເວກ ເຈີດຊ້າຍເຈີດຂວາ ກ່ອນຈະຮອດລ້ອງຊານຈິດໃຈມັນຫຍໍ້ທໍ້ຫົດຫູ່ ລົດແລ່ນເຕັ້ນເດາະເຕັ້ນດ່ອງປວດຫລັງປວດແອວ ທັງເປັນຫວ່ງຢ້ານອຸ ປະຕິເຫດໃນເວລາຂຶ້ນພູລົງຫ້ວຍ. ນີ້ລະຄືເສັ້ນທາງໄປຂົນເອົາຄຳໃນບາງບໍ່, ສ່ວນບໍ່ຄຳຢູ່ແສນອຸດົມ ທິດກ່ຳໄດ້ໄປຕອນເລີ່ມຂຸດຄົ້ນໃໝ່ໆມາຮອດດຽວນີ້ກໍຫລາຍປີແລ້ວ.
ໃນຂະນະທີ່ເດີນທາງ ທິດກ່ຳນັ່ງຄິດວ່າຂຸດເອົາຄຳມາເປັນເວລາ 10 ກວ່າປີຈົນຈະເອົາແຮ່ຄຳມາເທປູທາງກະຍັງໄດ້, ແຕ່ມາຮອດປັດຈຸບັນນີ້, ຄຳກໍນັບມື້ຈະໝົດ, ອາຍຸສຳປະທານກໍນັບມື້ໄລ່ຢ້ອນຫລັງ, ເສັ້ນທາງກໍນັບມື້ເພ ຄຳກໍນັບມື້ກຸດຫ້ຽນ ມັນລະປຸກປານຢາບ້ານຫອມ.
ປັດຈຸບັນບໍ່ຄຳຢູ່ປະເທດລາວຂຸດໄປແລ້ວ 3 ບໍ່ຄື: ບໍ່ຄຳເຊໂປນ ຢູ່ແຂວງສະ
ຫວັນນະເຂດ, ບໍ່ຄຳແສນອຸດົມທີ່ເມືອງຄຳເກີດ, ແຂວງບໍລິຄຳໄຊ ແລະ ບໍ່ຄຳພູເບ້ຍແຂວງໄຊສົມບູນ. ຕາມຊ່າລືໃນສາມບໍ່ນີ້ມີຄຳຫລາຍ ພະນັກງານຜູ້ທີ່ມີສ່ວນຮັບຮູ້ສະເພາະບໍ່ຄຳພູເບ້ຍທັງຫີນທັງແຮ່ບົດໃສ່ລົດແກ່ແຮ່ຄືເຮົາເຫັນແລ່ນຜ່ານໄປມາລົດໜຶ່ງຈະໄດ້ຄຳສົດຢູ່ 3 ກິໂລປາຍ ວ່າຊັ້ນ! ນອກຈາກສະກັດອອກມາເປັນຄຳສົດແລ້ວ ກໍສາມາດສະກັດອອກເປັນທາດອື່ນໆໄດ້ອີກດ້ວຍ.
ໃນຊ່ວງໄລຍະບໍ່ດົນມານີ້, ວ່າມີການຕົກລົງກັນບໍ່ໃຫ້ຂົນແຮ່-ແກ່ແຮ່ໄປໃນຍາມກາງຄືນ ແຕ່ເປັນຫຍັງຄືມາແກ່ຢູ່ເນາະ ພະນັກງານຜູ້ນັ່ງຢູ່ຂ້າງຫລັງທິດກ່ຳຈົ່ມສູ່ກັນຟັງ. ສຳລັບມື້ທິດກ່ຳໄປເຫັນເຂົາພວມແກ່ແມ່ນຊ່ວງຕອນເດິກລະຫວ່າງ 1-3 ໂມງເຊົ້າ ເຫັນລົດແກ່ແຮ່ 5-6 ຄັນ ແລ່ນບືນຂຶ້ນພູລົງຫ້ວຍເບັດໜ້າໃສ່ຈຸດໝາຍຄືທ່າຂ້າມຂອງແຖວເມືອງທ່າພະຍາດ ຂອງແນວວ່າແກ່ກາງຄືນໃຜບໍ່ເຫັນພວກເຈົ້າໜ້າທີ່ພາກັນນອນໂກນກຶກໆ ຫລັບແຈບເພາະແຖວຊົນນະບົດ 8-9 ໂມງກາງຄືນເຂົາພາກັນນອນມິດງຽບແລ້ວ.
ນີ້ຄືສິ່ງທີ່ທິດກ່ຳໄດ້ເຫັນກັບຕາແລ້ວເອົາມາພັນລະນາສູ່ກັນຟັງ. ສ່ວນວ່າໃຜຈະມີຂໍ້ຄິດເຫັນແນວໃດນັ້ນ ກໍຂໍໃຫ້ພິຈາລະນາເອົາເອງ. ໃນໄລຍະຫລາຍສິບປີຜ່ານມາ ເວົ້າເຖິງຜົນປະໂຫຍດເບື້ອງປະຊາຊົນບ່ອນໃກ້ຄຽງກໍແມ່ນມີວຽກເຮັດງານທຳ, ຊົນນະບົດມີການພັດທະນາ, ມີການຊ່ວຍເຫລືອສ້າງໂຮງໝໍໂຮງຮຽນ, ຂຸດນ້ຳບໍ່ກໍສາລາ ນັບທັງບໍລິການຂາຍຜົນຜະລິດກະສິກຳໃຫ້ໂຄງການເຮັດໃຫ້ປະຊາຊົນມີລາຍຮັບໃນຄອບຄົວ, ສ່ວນວ່າຜົນປະໂຫຍດເບື້ອງລັດກໍໄດ້ພັນທະອາກອນຕ່າງໆ ຕາມລະບຽບກົດໝາຍຫລາຍແສນໂດລາຕໍ່ປີ.
ແນວໃດກໍດີ, ສິ່ງພວກເຮົາຕ້ອງການຢາກເຫັນນັ້ນຄືເສັ້ນທາງໄປມາເພື່ອໄປຂົນເອົາຄຳຕ້ອງດີ, ທັງຮັບປະກັນຄຸນະພາບ, ປະຊາຊົນທຽວໄປມາກໍໃຫ້ສະດວກວ່ອງໄວທັນໃຈ, ຂຸດເອົາຄຳໄປໝົດແລ້ວທາງກໍເພ, ຄຳກໍໝົດ ກາຍເປັນໂຊກຕ່າງລ່າງ ຂຸມຂີ້ຍາງຕ່າງລ່າງ ເໝືອນດັ່ງເປັນວັດຮ້າງແນວນັ້ນແມ່ນບໍ່ຄວນເຈົ້າເອີຍ ສາທຸ ອາເມດຕາພຸດ.



