ສານສູງສຸດ ສະເປນ ສັ່ງຈຳຄຸກ ເມສເຊີ 21 ເດືອນກໍລະນີໜີພາສີ

ສານສູງສຸດ ສະເປນ ຍື່ນຄຳ ສັ່ງຕັດສິນຈຳຄຸກ ລິໂອເນລ ເມສ ຊີ ກອງໜ້າຄົນເກັ່ງຂອງ ບາເຊ ໂລນາ ສະມໂສອນໃຫຍ່ແຫ່ງ ລາ ລີກາ ສະເປນ ເປັນເວລາ 21 ເດືອນໃນວັນພຸດທີ 24 ພຶດສະພາ ຜ່ານມາ ຈາກຄວາມຜິດຂໍ້ຫາໜີ ພາສີ ເປັນເງິນຫຼາຍກວ່າ 4 ລ້ານ ເອີໂຣ.
ເມສຊີ ແລະ ຮໍເກ້ ພໍ່ຂອງ ລາວ ຖືກກ່າວຫາວ່າໜີພາສີ ສະ ເປນ ລະຫວ່າງປີ 2007-09 ເຮັດໃຫ້ສານຊັ້ນຕົ້ນຕັດສິນອອກ ມາເດືອນກໍລະກົດປີຜ່ານມາ ທັງ ຄູ່ມີຄວາມຜິດຈິງ ແລະ ສັ່ງຈຳ ຄຸກເປັນເວລາ 221 ເດືອນ ກ່ອນ ທີ່ສານສູງສຸດ ສະເປນ ຈະຍື່ນໂ ທດ ເມສຊີ ຄືເກົ່າ ຂະນະທີ່ພໍ ຂອງລາວຈະໄດ້ຫຼຸດໂທດເຫຼືອ ພຽງ15 ເດືອນ ເນື່ອງຈາກລາວ ເອງໄດ້ຈ່າຍພາສີໄປແລ້ວບາງ ສ່ວນ.
ແນວໃດກໍຕາມ ຈາກການ ທີ່ມີໂທດໜ້ອຍກວ່າ 2 ປີ ເຮັດໃຫ້ ທັງຄູ່ຈະບໍ່ຖືກຈຳຄຸກ ຫຼັງບໍ່ເຄີຍ ເຮັດຜິດມາກ່ອນ ໂດຍຄາດວ່າ ຈະປັບເງິນກ່ອນໜຶ່ງ.

