ສະຫະລັດ-ຈີນ ຈະເຈລະຈາກັນກ່ຽວກັບການຄ້າຢູ່ນອກວາລະກອງປະຊຸມ G20

ວໍຊິງຕັນ ແລະ ປັກກິງ ໄດ້ກະກຽມແຜນການໃຫ້ແກ່ການເຈລະຈາການຄ້ານອກ ວາລະກອງປະຊຸມ G20.
ຄະນະເຈລະຈາການຄ້າ ອາເມລິກາ-ຈີນ ກຳລັງຄົ້ນ ບາດກ້າວຕໍ່ໄປ, ພາຍຫຼັງຜູ້ ນຳຂອງທັງສອງປະເທດໄດ້ມີຄວາມເຫັນດີເປັນເອກະພາບ ກັນແລ້ວ, ນອກວາລະກອງ ປະຊຸມ G20 ທີ່ຍີ່ປຸ່ນ.
ໃນວັນທີ 23 ມິຖູນາ ທ່ານຮອງລັດຖະມົນຕີກະຊວງການຄ້າຂອງຈີນ Wang Shouwen ໃຫ້ຮູ້ວ່າ: “ຂໍ້ຕົກລົງດັ່ງກ່າວຈະໄດ້ຮັບການຢືນຢັນຈາກທັງສອງຝ່າຍ” .
ເຈົ້າໜ້າທີ່ກະຊວງການຄ້າຂອງຈີນ ຍັງຢືນຢັນຫຼັກ ການເດີມທີ່ໄດ້ເຈລະຈາກັບ ວໍຊິງຕັນຜ່ານມາແລ້ວ, ລວມ ທັງຄວາມສະເໝີພາບ ແລະ ການເຄົາລົບເຊິ່ງກັນ ແລະ ກັນ, ຕ່າງຝ່າຍຕ່າງມີຜົນປະ ໂຫຍດ, ບັນພື້ນຖານເຄົາລົບ ຫຼັກການຂອງອົງການການ ຄ້າໂລກ (WTO).
ທ່ານ ເວືອງ ເວົ້າວ່າ: ການທີ່ອາເມລິກາວາງກົດລົງໂທດ ບໍລິສັດ Huawei ແລະ ຫ້າມ 68 ສາຂາຂອງ Hua wei ຊື້ ຊອບແວ ແລະ ອຸປະກອນຈາກສະຫະລັດນັ້ນ, ມັນເປັນການສ້າງຜົນກະທົບຢ່າງຮ້າຍແຮງໃຫ້ແກ່ບໍລິສັດຂອງທັງສອງຝ່າຍ. ທ່ານເວົ້າອີກວ່າ: ຈີນມີຄວາມຫວັງວ່າ ສະຫະລັດຈະລຶບຊື່ບໍລິສັດຫົວ ເຫວີຍ ອອກຈາກບັນຊີດຳພ້ອມທັງຢໍ້າວ່າ: ການຈຳກັດ ການສົ່ງອອກຈະເຮັດ ໃຫ້ຂາດຄວາມສົມດູນທາງການຄ້າລະຫວ່າງກັນ.
ກະຊວງການຕ່າງປະເທດຂອງຈີນໃຫ້ຮູວ່າ: ປະທານ ສີຈິ້ນຜິງ ຈະເຂົ້້າຮ່ວມກອງປະຊຸມສຸດຍອດ G20 ຢູ່ທີ່ Osaka ຍີ່ປຸ່ນໃນວັນທີ 28-29 ມິຖຸນານີ້ ແລະ ຄາດວ່າຈະພົບປະກັບທ່ານ ທຼຳ ນອກວາລະກອງປະຊຸມ ດັ່ງກ່າວ. ກະຊວງດັ່ງກ່າວ ຍັງໃຫ້ຮູ້ອີກວ່າ: ການນຳ ຂອງສອງປະເທດອາດຈະຈັດຕັ້ງພົບປະກັນຢ່າງເປັນທາງການໃນງານລ້ຽງຄໍ່າ ຄືກັນກັບກອງປະຊຸມ G20 ຢູ່ອາກຊັງຕີນໃນເດືອນທັນວາ ປີ 2018.
ຮຽບຮຽງໂດຍ: ລູກເມືອງພວນ


