ສະພາຮັບຮອງເອົາຮ່າງກົດໝາຍວ່າດ້ວຍ ທີ່ດິນ (ສະບັບປັບປຸງ)

ຮ່າງກົດໝາຍວ່າດ້ວຍ ທີ່ດິນ ສະບັບປັບປຸງ ໄດ້ຖືກຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີVIII, ຄັ້ງວັນທີ 21 ມິຖຸນານີ້, ໂດຍການເປັນປະທານຂອງທ່ານ ສົມພັນ ແພງຄໍາມີ ຮອງປະທານສະພາແຫ່ງຊາດ. ພາຍຫຼັງທ່ານ ສົມມາດ ພົນເສນາ ລັດຖະມົນຕີ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍ ທີ່ດິນ ສະບັບປັບປຸງ ຕໍ່ກອງປະຊຸມວ່າ: ເນື້ອໃນຮ່າງກົດໝາຍວ່າດ້ວຍ ທີ່ດິນ ສະບັບຜ່ານການທາບທາມໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ປະກອບມີ 15 ພາກ, 29 ໝວດ ແລະ 160 ມາດຕາ. ແຕ່ການປັບປຸງຄືນຄັ້ງນີ້ ປະກອບມີ 15 ພາກ, 29 ໝວດ ແລະ 190 ມາດຕາ, ໄດ້ເພີ່ມເຂົ້າໃໝ່ 36 ມາດຕາ, ປັບປຸງເນື້ອໃນຄືນໃໝ່ 47 ມາດຕາ ແລະ ຕັດອອກ 5 ມາດຕາ. ກົດໝາຍສະບັບນີ້ ໄດ້ກໍານົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບ ການຄຸ້ມຄອງ ແລະ ຕິດຕາມກວດກາວຽກງານທີ່ດິນ ເພື່ອໃຫ້ວຽກງານດັ່ງກ່າວມີປະສິດທິຜົນ ແນໃສ່ຮັບປະກັນການປົກປັກຮັກສາພັດທະນາ ແລະ ການນໍາໃຊ້ທີ່ດິນຖືກຕ້ອງຕາມກົດໝາຍ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ, ສັງຄົມມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຍຸຕິທໍາ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ຕາມທິດຍືນຍົງ ແລະ ເຮັດໃຫ້ທີ່ດີມີມູນຄ່າເພີ່ມຂຶ້ນ ລວມທັງການປົກປັກຮັກສາສິ່ງແວດລ້ອມ ແລະ ເຂດນໍ້າແດນດິນຂອງລາວ.
ແນວໃດກໍຕາມ, ກ່ອນຈະຮັບຮອງເອົາກົດໝາຍດັ່ງກ່າວກໍໄດ້ມີ ບັນດາ ສສຊ ຫຼາຍເຂດເລືອກຕັ້ງໄດ້ ປະກອບຄໍາຄິດຄໍາເຫັນໃສ່ຮ່າງກົດໝາຍທີ່ເຫັນວ່າຕ້ອງໄດ້ປັບປຸງບາງຈຸດ. ເປັນຕົ້ນແມ່ນເນື້ອໃນກ່ຽວກັບການຄຸ້ມຄອງການນຳໃຊ້ທີ່ດິນ, ການກຳນົດເນື້ອທີ່ການນຳໃຊ້ທີ່ດິນກະສິກຳ, ການກຳນົດຂອບເຂດຊິດນຳໃຊ້ທີ່ດິນປຸກສ້າງ, ການຈັດສັນທີ່ດິນປຸກສ້າງຂອງລັດເພື່ອເປັນທີ່ຢູ່ອາໄສຂອງພະນັກງານ, ຂັ້ນຕອນການຂຶ້ນໃບທະບຽນອອກໃບຕາດິນ, ການປະເມີນລາຄາທີ່ດິນ, ການຊື້-ຂາຍສິດນຳໃຊ້ທີ່ດິນຈັດສັນຂອງລັດແບບມີກຳນົດ, ການຈັດສັນທີ່ດິນປຸກສ້າງເພື່ອການພັດທະນາ, ອົງການທີ່ດິນມີສິດຕົກລົງຂາຍສິດນຳໃຊ້ທີ່ດິນຈັດສັນຂອງລັດແບບມີກຳນົດ ແລະ ມາດຕາອື່ນໆທີ່ເປັນວ່າຍັງບໍ່ທັນຮັດກຸມເທົ່າທີ່ຄວນ.
