ສະກ໊ອດ ເຮັ້ນ ຈະເຂົ້າຮ່ວມແຂ່ງ ກ໊ອຟລາຍການ ໂຄລອນ ໂຄເຣຍ ໂອເພັນ

ສະກ໊ອດ ເຮັ້ນ ນັກກ໊ອຟ ເຊື້ອສາຍ ອົດສະຕຣາລີ ທີ່ກຳລັງລຸ້ນເປັນມື 1 ຂອງ ອາຊຽນ ທົວສະໄໝທີ 2 ຕອບຕົກລົງເຂົ້າຮ່ວມແຂ່ງ ຂັນລາຍການ ກ໊ອບ ອາຊຽນ ທົວ ໂຄລອນ ໂຄເຣຍ ໂອເພັນ ແຊມປ້ຽນຊິບ ຄັ້ງທີ 62 ຈັດ ຂຶ້ນທີ່ປະເທດເກົາຫຼີໃຕ້ໃນ ອາທິດທີ່ຈະມາເຖິງນີ້
ລາຍການ ໂຄລອນ ໂຄ ເລຍ ໂອເພັ້ນ ກ໊ອບ ແຊມປ້ຽນ ຊິບ ເປັນ ໜຶ່ງໃນລາຍການ ເດິ ໂອເພ້ນ ຄໍລີຟາຍອິ້ງ ຊີຣີ ເປັນປີທີ 3 ຕິດຕໍ່ກັນເຊິ່ງ ຈະຄັດເອົາ 2 ນັກກ໊ອບທີ່ ມີຜົນງານດີທີ່ສຸດໄປແຂ່ງ ຂັນໃນລາຍການ ເດິ ໂອເພັນ
ນອກຈາກ ສະກ໊ອດ ເຮັ້ນ ກໍຍັງມີ ແຈັກ, ມິນເຊວຊອຍ ເຈົ້າຂອງແຊ້ມປີທີ່ແລ້ວ ພຣົມ ມີສະຫວັດ ນັກກິລາ ຈາກປະເທດໄທ ແລະ ພູມ ສັກແສນສິນ ຣາຮິວ ກັງຈີ ແລະ ອາຈີເທສ ຊາທູ ນັກ ກິລາຈາກປະເທດອິນເດຍ ກໍຈະລົງຮ່ວມການແຂ່ງຂັນ ໃນລາຍການນີ້ອີກດ້ວຍ.


