ໂຮງຮຽນປະຖົມຂອງຈີນ ມີຄູໜຶ່ງຄົນຕໍ່ນັກຮຽນໜຶ່ງຄົນ

Chen Weiyu ອາຍຸ 9 ປີ, ເກີດໃນຄອບຄົວທຸກຍາກ, ດຳລົງຊີວິດຢູ່ເມືອງ Dabaidi, ແຂວງ Giang Tây ຂອງຈີນ. ພໍ່ແມ່ຂອງເຂົາໄດ້ອອກຈາກບ້ານເກີດເມືອງນອນໄປເພື່ອ ຊອກ ຫາວຽກເຮັດງານທຳ, ເຂົາປະລູກໄວ້ນຳ ພໍ່ປູ່ພຽງລຳພັງ.
ປີ 2018, ເດັກ Chen ໄດ້ໄປເຂົ້າໂຮງຮຽນຊັ້ນປະຖົມ ຂອງເມືອງ Dabaidi, ໄກຈາກເຮືອນ 20 ກມ. ພໍ່ປູ່ຂອງ ເຂົາ ຕ້ອງໄດ້ເອົາເຂົາຂຶ້ນລໍ້ ແລ້ວແກ່ເຂົາໄປໂຮງຮຽນແຕ່ລະວັນ. ຍ້ອນອາຍຸກະສຽນນັບມື້ສູງຂຶ້ນຈຶ່ງມີຄວາມຫຍຸ້ງຍາກໃນການສົ່ງຫຼານໄປໂຮງຮຽນ.
ເມື່ອເຫັນສະພາບດັ່ງກ່າວ, ອຳນາດການປົກຄອງທ້ອງ ຖິ່ນຈິ່ງໄດ້ຕັດສິນໃຈສ້າງໂຮງຮຽນປະຖົມ Sanhe ຂຶ້ນ ຢູ່ໃກ້ ກັບເຮືອນຂອງ Chen ແລະ ໄດ້ຈັດໃຫ້ Wang Beihai ອາຍຸ 46 ປີ ເປັນນາຍຄູສະເພາະໃຫ້ Chen.
ໂຮງຮຽນ Sanhe ຂອງບ້ານຕັ້ງຢູ່ຮ່ອມພູເລິກ, ໂອບ ອ້ອມໄປດ້ວຍພູຜາປ່າດົງ, ຫ້ວຍນໍ້າລຳເຊ. ນາຍຄູຂອງເຂົາ ກັບເດັກຄົນນັ້ນ ກິນຢູ່ກັບໂຮງຮຽນເລີຍແຕ່ວັນຈັນ ຈົນເຖິງ ວັນສຸກ.
ນາຍຄູ Beihai ເວົ້າວ່າ: “ Chen ສົມຄວນແລ້ວທີ່ຈະໄດ້ ຮັບການສືກສາຄືກັນກັບເດັກຄົນອື່ນໆ” , ນາຍຄູຄົນນີ້ເວົ້າ ຕໍ່ອີກວ່າ: ໂຮງຮຽນຫຼັງນີ້ ໄດ້ກາຍເປັນເຮືອນຫຼັງທີສອງ ຂອງພວກເຂົາ.
Chen ເລົ່າສູ່ຟັງວ່າ: ນາຍຄູ Beihai ໄດ້ຈັດຕາຕະລາງ ຮຽນໃຫ້ເຂົາໄດ້ຮຽນທຸກໆວິຊາຂອງຊັ້ນປະຖົມ. ພາຍຫຼັງເລີກຮຽນແລ້ວ, ພວກເຂົາມັກຈະຫຼິ້ນປິງປອງ, ຕີດອກປີກໄກ່ ແລະ ບານບ້ວງນຳກັນເປັນປະຈຳ. ເຖິງຍາມກິນນາຍຄູ Beihai ກໍເປັນຜູ້ແຕ່ງຢູ່ຄົວກິນໃຫ້ເຂົາ ແລະ ບົວລະບັດຜັດສີ ເຂົາຄືກັນ ກັບລູກຂອງຕົນເອງ.
ເມື່ອຄ້າຍຄໍ່າລົງແລງມາເຖິງ, ພວກເຂົາກໍພາກັນໄປ ຍ່າງຫຼິ້ນຕາມພູຜາປ່າດົງ. ໃນຂະນະທີ່ຍ່າງໄປນຳກັນ ນັ້ນ, ນາຍຄູ Beihai ໄດ້ສອນໃຫ້ເຂົາຮູ້ກ່ຽວກັບທຳມະຊາດ ແລະ ວິທະຍາສາດທຳມະຊາດທີ່ກ່ຽວຂ້ອງ.
ອຳນາດການປົກຄອງເມືອງ Dabaidi ໄດ້ສ້າງໂຮງຮຽນ ຂຶ້ນຕື່ມອີກສອງຫຼັງ, ຈັດໃຫ້ມີຄູໜຶ່ງຄົນຕໍ່ນັກຮຽນໜຶ່ງ ຄົນຄືກັນກັບ ໂຮງຮຽນ Sanhe ຂອງ Beihai ແລະ Chen. ນອກຈາກນີ້, ອຳນາດການປົກຄອງຍັງໄດ້ຈ້າງເອົານາຍ ຄູມາສອນເພີ່ມເຕີມຕື່ມອີກ ເພື່ອຊ່ວຍນັກຮຽນເສຍອົງຄະ.
ຮຽບຮຽງໂດຍ: ລູກເມືອງພວນ


