ອົດສະຕຣາລີ ຊະນະ ເບຣຊິນ 3-2 ປະຕູໃນການແຂ່ງຂັນບານເຕະຍິງຊີງແຊ້ມໂລກ 2019

ທີມບານເຕະຍິງ ເບຣຊິນ ພາດທ່າ ຫຼັງຈາກຍິງປະຕູ ຂຶ້ນນຳທີມບານເຕະຍິງ ອົດ ສະຕຣາລີ ໄປກ່ອນ 2-0 ປະຕູ, ກ່ອນທີມບານເຕະຍິງ ອົດສະ ຕຣາລີ ຈະຍິງຄືນໄດ້ 3 ປະຕູ ເກັບໄຊຊະນະໃນການແຂ່ງ ຂັນບານເຕະຍິງຊິງເເຊ້ມໂລກ 2019 ກຸ່ມ ຊີ ເກມນີ້ແຂ່ງ ທີ່ສະໜາມ ສະຕາສ ເດິ ມຸສຊົງ ທີ່ ມົງເປີ ລິເຍ່ ໂດຍທີມຊາດເບຣຊິນ ມີນັກເຕະທີ່ສຳຄັນເຊັ່ນ ມາຕ້າ ແລະ ຄຣິສຕຽນນ້າ ເປັນ ໂຕສ້າງເກມບຸກ, ໃນຂະນະທີ່ ທີມຊາດ ອົດສະຕຣາລີ ມີ ຊາມານທ່າ ເຄີ , ເຄລິນ ຟອສ ແລະ ເອມີລີ ຄິລນິກ ເປັນໂຕ ສ້າງເກມບຸກ.
ເລີ່ມເກມໄດ້ 27 ນາທີ ເບຣຊິນ ກໍໄດ້ຈຸດໂທດ ແລະ ເປັນ ມາຕ້າ ດາວຍິງສູງສຸດ ຂອງ ທີມ ຍິງຂຶ້ນນຳ 1-0 ປະຕູ ຈາກນັ້ນ ເບຣຊິນ ກໍໄດ້ ລູກທີ 2 ໃນນາທີ 38 ຈາກ ຄຣິສຕຽນນ້າ ແລະຍັງເປັນ ລູກທີ 4 ຂອງເຂົາໃນລາຍ ການແຂ່ງຂັນນີ້. ຢ່າງໃດກໍ ຕາມ ໃນຊ່ວງທົດເວລາບາດ ເຈັບໃນເຄິ່ງເວລາທຳອິດອົດ ສະຕຣາລີ ກໍສາມາດຕີໄຂ່ ແຕກໄລ່ມາເປັນ 1-2 ປະຕູ ຈາກ ເຄລິນ ຟອສ
ເຂົ້າສູ່ ເຄິ່ງເວລາທີສອງ ສະໂລ ໂລກາໂຊ້ ຍິງ ຕີສະ ເໝີໃຫ້ ອົດສະຕຣາລີ 2-2 ປະຕູ ໃນນາທີ 58 ກ່ອນນາທີ 66 ໂມນິກ້າ ອັນເລສ ນັກ ເຕະທີມ ເບຣຊິນ ຈະເຮັດບານ ເຂົ້າປະຕູໂຕເອງ ສົ່ງຜົນໃຫ້ ອົດສະຕຣາລີ ຂື້ນນຳ 3-2 ປະຕູ.
ຊ່ວງເວລາທີ່ເຫຼືອທັງສອງທີມບໍ່ສາມາດຍິງປະຕູ ເພີ່ມໄດ້ ຈົບເກມ ອົດສະຕຣາລີ ຊະນະ ເບຣຊິນ 3-2 ປະຕູ ໂດຍນັດຕໍ່ໄປ ອົດສະຕຣາລີ ຈະພົບກັບ ຈາໄມກາ ເປັນທີມ ສຸດທ້າຍ ສ່ວນທີມຊາດ ເບຣ ຊິນ ຈະພົບກັບ ທີມຊາດອີຕາລີ./.



