ຂ່າວເທັດສົນເທເພື່ອປັ່ນປ່ວນແນວຄິດໃຫ້ຫັນເຫ

ໂດຍ: ທິດກ່ຳ
ໃນຍຸກເຕັກໂນໂລຊີທາງດ້ານຂໍ້ມູນຂ່າວສານພວມມີການພັດທະນາລ້ຳໜ້າໄປຕິກໆຄືດັ່ງທຸກວັນນີ້, ມີຫລາຍອັນຫລາຍຢ່າງກໍເປັນໄປໃນທາງທີ່ດີ ຖືກຕ້ອງຕາມເປັນຄວາມຈິງ ແລະ ມາໃນເຊີງສ້າງສັນໃນສັງຄົມກໍມີຫລາກຫລາຍທີ່ສຸດ.
ບັນດາຂໍ້ມູນຂ່າວສານຕ່າງໆຈາກແຫລ່ງສື່ອອນລາຍທີ່ໄດ້ສົ່ງໄປຫາຜູ້ອ່ານ, ຜູ້ເສບ ສ່ວນຫລາຍກໍແມ່ນເປັນທີ່ສັງຄົມທັງຫລາຍຍອມຮັບ ບໍ່ວ່າໃນລະບອບການເມືອງໃດ ຖືວ່າສິດທິຄວາມເປັນປະຊາທິປະໄຕນັ້ນຕ້ອງເປັນເອກ. ແຕ່ໄປຄຽງຄູ່ກັບຄວາມຈິງໃນສິ່ງທີ່ດີງາມນັ້ນ, ການສະໜອງແຫລ່ງຂ່າວຄາວຈາກບຸກຄົນ ຫລືວ່າການສົ່ງຂໍ້ມູນຂ່າວສານຜ່ານສື່ອອນລາຍມີຈຳນວນບໍ່ໜ້ອຍກໍຜິດພ້ຽນ, ເກີນຄວາມຈິງ ຫລືເປັນການຊັກຊວນຍົວະເຍົ້າຕົວະຕົ້ມ ເພື່ອປັ່ນສະໝອງໃຫ້ຄົນເຮົາຫັນເຫໄປໃນທາງທີ່ບໍ່ຖືກຕ້ອງ ແລະ ເຫີນຫ່າງຈາກຄວາມເປັນຈິງ.
ດັ່ງໃນວັນທີ 7 ມິຖຸນາຜ່ານມານີ້ເອງ, ໄດ້ມີຂ່າວລືຮືຮາຜ່ານສື່ອອນລາຍວ່າກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ 8 ຫາກໍເປີດພຽງສາມມື້ກໍໄດ້ປະກາດສັບປ່ຽນຍົກຍ້າຍ 6 ຕຳແໜ່ງລະດັບເຈົ້າແຂວງ ແລະ ລັດຖະມົນຕີ, ເຊິ່ງຂ່າວນີ້ໄດ້ຮົ່ວໄຫລແຜ່ກະຈາຍອອກມາຈາກບຸກຄົນ ກ້າວໄປເຖິງຫລາຍສຳນັກຂ່າວໃນລາວພາກັນມີຄໍາເຫັນ (ຄອມເມັ້ນ) ແລະ ພາກັນເຜີຍແຜ່ (ແຊ) ຕໍ່ຢ່າງຟົດສະນັ່ນ, ໃນການສະແດງຄໍາເຫັນນັ້ນ ສ່ວນຫລາຍໃຜກໍມີການຊົມເຊີຍຢ່າງກວ້າງຂວາງ.
ຕໍ່ມາບໍ່ຮອດ 24 ຊົ່ວໂມງ ບາງສຳນັກຂ່າວກໍໄດ້ອອກຂ່າວມີພຽງແຕ່ປະກາດຮັບຮອງເອົາ 2 ຕຳແໜ່ງຄື: ທ່ານ ຄຳພາ ແສງດາລາ ເປັນປະທານສານປະຊາຊົນສູງສຸດຜູ້ໃໝ່ ກັບທ່ານ ວິດົງ ໄຊຍະສອນ ເປັນລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ເທົ່ານັ້ນ. ນີ້ລະສຸພາສິດເຂົາວ່າ: “ໄວປາກເສຍສິນ ໄວຕີນຕົກກົກໄມ້ ຕ່ອນຊິໄດ້ກໍພໍມ້າມແປະພຸງ”. ນອກຈາກເຫດດັ່ງກ່າວນີ້, ກໍຍັງມີແຫລ່ງຂ່າວຄາວທີ່ເປັນເທັດເພື່ອສົນເທປັ່ນປ່ວນແນວຄິດເຫັນເຫຂອງຄົນລາວເຮົາໃນສັງຄົມຍຸກໂລກາພິວັດທີ່ໄຮ້ພົມແດນ.ເພາະສະນັ້ນ, ໃນເວລາບໍລິໂພກຂ່າວຄາວທີ່ສົ່ງຜ່ານສື່ອອນລາຍ ຖ້າຄົນເຮົາບໍ່ມີການນຶກຄິດຕຶກຕອງພິນິດພິຈາລະນາຢ່າງຖີ່ຖ້ວນແລ້ວ ກໍອາດຕົກຢູ່ໃນກໍລະນີບໍລິໂພກສື່ປອມທີ່ເປັນຂ່າວເທັດເພື່ອປັ່ນປ່ວນສະໝອງຄົນທັງຫລາຍໃຫ້ຫັນເຫຫລົງເຊື່ອຂາດຫລັກໝັ້ນ ແລະ ກາຍເປັນມີດສອງຄົມ ເພື່ອຕ້ານກັບຄວາມເປັນຈິງ, ເຊິ່ງບໍ່ຕ່າງຫຍັງກັບສະໄໝສົງຄາມພວກສັດຕູເຄີຍຫວ່ານໃບປິວເພື່ອໂຄສະນາຕ້ານການປະຕິວັດ ຫລືວ່າຕ້ານຄອມມູ ນິດ.
ພໍຕົກມາສະໄໝນີ້, ໃນເງື່ອນໄຂທີ່ເຕັກໂນໂລຊີກ້າວໜ້າທັນສະໄໝ ໄດ້ມີສື່ອອນລາຍເຂົ້າມາແທນທີ່ກໍຍິ່ງຫລາກຫລາຍກະແສສື່, ຫລາກຫລາຍແນວຄິດ, ທັດສະນະ, ອຸດົມການ ຈາກຫລາຍບຸກຄົນ, ຈາກຫລາຍກຸ່ມຄົນ, ຫລາຍພັກຫລາຍພວກ ແລະ ຫລາຍລະບົບການເມືອງທີ່ແຕກຕ່າງກັນ ຕົວຢ່າງໃນສັງຄົມຂອງຄົນລາວເຮົາ ທີ່ເປັນລາວໃນ ແລະ ລາວນອກ ໃນປັດຈຸບັນກໍມີລະບົບແນວຄິດ ແລະ ອຸດົມການທີ່ແຕກຕ່າງກັນ, ລາວນອກບາງຄົນ, ບາງກຸ່ມຍັງນິຍົມອັນເກົ່າ, ອານຸລັກລະບອບເກົ່າຊ້າງສາມຫົວເວົ້າວ່າດ່າລາວໃນບໍ່ຂາດສົບຂາດປາກແຕ່ລະມື້. ສ່ວນວ່າລາວໃນເຮົາເອງກໍຍັງມີຫລາຍແນວຄິດ ແລະ ການກະທຳທີ່ບໍ່ຄືກັນ ເຊິ່ງຈະເຫັນໄດ້ຈາກການບໍລິໂພກ ແລະ ນຳໃຊ້ສື່ອອນລາຍເປັນເຄື່ອງມືເວົ້າວ່າສຽດສີກັນໃນທາງທີ່ບໍ່ສ້າງສັນ ແລະ ຖືກຕ້ອງ ດັ່ງທີ່ເຄີຍເຫັນມາຫລາຍຢ່າງຄືດັ່ງທຸກວັນນີ້.


