ສະຫະລັດ ອາເມລິການຄັດຄ້ານ ຫົວເຫວີຍຮ່ວມມືກັບ ລັດເຊຍ ສ້າງເຄືອຂ່າຍ 5G

ໂດຍບໍ່ສົນໃຈຕໍ່ກັບຄຳຕໍ່ຕ້ານຂອງສະຫະລັດອາເມລິກາ ແລະ  ການຕັດສາຍສຳພັນຂອງບັນດາບໍລິສັດຕ່າງປະເທດກັບ ຫົວເຫວີຍ, ລັດເຊຍໄດ້ເຊັນສັນຍາກັບ ຫົວເຫວີຍ ເພື່ອພັດທະນາເຄືອຂ່າຍ 5G. ສົງຄາມເທັກໂນໂລຢີນັບມື້ສັບສົນ.

ວັນທີ 5 ມິຖຸນານີ້, ການພົບປະບໍ່ເປັນທາງການລະຫ່ວາງປະທານ ປະເທດຈີນ ສີຈິນຜິງ ກັບປະທານາທິບໍດີ ລັດເຊຍ Vladimir Putin ຢູ່ທີ່ Moskva. ສະຖານີໂທລະຄົມ MTS ທີ່ໃຫ່ຍທີ່ສຸດຂອງ ລັດເຊຍ ໄດ້ພ້ອມກັນກັບ ຫົວເຫວີຍ ເຊັນສັນຍາຮ່ວມມືພັດທະນາເຄືອຂ່າຍ 5G ແລະ ສ້າງຕາຂ່າຍຂອງມັນ.

MTS ໃຫ້ຮູ້ວ່າ: ຫົວເຫວີຍຈະພັດທະນາເທັກໂນໂລຢີ 5G ແລະ ເຮັດການທົດລອງນຳໃຊ້ ໂທລະສັບມືຖືລຸ່ນໃໝ່ ໃນລະຫ່ວາງ 2019-2020. ທ່ານ Guo Ping, ປະທານຜັດປ່ຽນຂອງ ຫົວເຫວີຍ ໄດ້ສະແດງຄວາມພໍໃຈທີ່ໄດ້ມີການຮ່ວມມື “ ໃນຍຸກສັກກະລາດພິເສດທີ່ສຳຄັນທີ່ສຸດຂອງ 5G ”.

ຂ່າວໂທລະຄົມຂອງຈີນເອີ້ນການຮ່ວມມືນີ້ວ່າ:  “ຍຸກສະໄໝໃໝ່ຂອງຂະແໜງອຸດສາຫະກຳໂທລະຄົມ ” . ເປັນອັນທີ່ແນ່ນອນແລ້ວວ່າ, ຫົວເຫວີຍຈະມີບົດບາດສຳຄັນໃນບັ້ນຮົບນີ້. ກຸ່ມບໍລິສັດດັ່ງກ່າວມີທີ່ຕັ້ງຢູ່ ທຳກຽນ (Tham Quyen)ໃຫ້ຮູ້ວ່າ: ໄດ້ເຊັນສັນຍາ 45 ສະບັບການຄ້າ 5G ກັບ 30 ປະເທດໃນໂລກ.

ເຖິງແມ່ນວ່າຈະມີຫຼາຍບໍລິສັດ ປິ່ນຫຼັງໃສ່ກັບ ຫົວເຫວີຍກໍຕາມ, ແຕ່ໃນ 2 ເດືອນຜ່ານມານີ້, ບໍລິສັດ ໂນເກຍ ກໍໄດ້ເຊັນສັນຍາຮ່ວມມື 12 ສະບັບກັບ 5G ຂອງ ຫົວເຫວີຍ.

ຮຽບຮຽງໂດຍ: ລູກເມືອງພວນ

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ