ສານປະຊາຊົນແຂວງອຸດົມໄຊຕັດສິນປະຫານຊີວິດຜູ້ຄ້າຂາຍຢາເສບຕິດລາຍໃຫຍ່

ເມື່ອທ້າຍເດືອນຜ່ານມານີ້, ສານປະຊາຊົນແຂວງອຸດົມໄຊໄດ້ຕັດສິນລົງໂທດປະຫານຊີວິດທ້າວ ຝາຍດາຊົງ ອາຍຸ 44 ປີຢູ່ບ້ານນ້ຳປຸຍ ເມືອງພຽງ, ແຂວງ ໄຊຍະບູລີ ໃນຂໍ້ຫາຄ້າຂາຍຢາເສບຕິດ, ເຊິ່ງຖືກເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ຈັບຕົວໃນວັນທີ 8 ມີນາ 2018 ຜ່ານມາ, ພ້ອມຂອງກາງຢາບ້າ 72 ພັນເມັດ ທີ່ຊຸກເຊື່ອງຢູ່ຕິນລົດໃຫຍ່ສຳຮອງຂອງຕົນ ແລະ ໃນວັນທີ 30 ພຶດສະພາ ສານປະຊາຊົນແຂວງດັ່ງກ່າວ ກໍໄດ້ຕັດສິນລົດໂທດທ້າວ ເກັ່ງທໍ່ ອາຍຸ 16 ປີ ຢູ່ບ້ານຜາເມືອງ, ເມືອງບໍລິຄັນແຂວງບໍລິຄຳໄຊ ຈຳຄຸກ 20 ປີພ້ອມປັບໃໝ 500 ລ້ານກີບໃນສະຖານຄ້າຂາຍຢາເສບຕິດ, ໂດຍຜູ້ກ່ຽວຖືກເຈົ້າໜ້າທີ່ຈັບຕົວເມື່ອກາງເດືອນສິງຫາ 2018 ຜ່ານມາ, ພ້ອມຂອງກາງຢາບ້າ 120 ພັນເມັດ, ພ້ອມທັງຮິບລົດກະບະໜຶ່ງຄັນ ແລະ ຊັບສິນຈຳນວນໜຶ່ງທີ່ນໍາໃຊ້ເຂົ້າໃນການເຄື່ອນໄຫວກະທຳຜິດມາເປັນຂອງລັດ.

