ແຂວງຜົ້ງສາລີເລັ່ງໃຫ້ການຊ່ວຍເຫລືອຄອບຄົວຖືກດິນເຈື່ອນທັບເສຍຊີວິດ 4 ຄົນ

ພາຍຫລັງ ໄດ້ເກີດເຫດການສະຫລົດ, ໃນວັນທີ 2 ມິຖຸນາ ຜ່ານມານີ້, ດິນເຈື່ອນຖົມເຮືອນຫລັງໜຶ່ງຢູ່ບ້ານ ນາກາງ, ເມືອງ ໃໝ່ ແຂວງ ຜົ້ງສາລີ, ເຮັດໃຫ້ຜູ້ເປັນພໍ່-ແມ່ ແລະ ລູກຝາແຟດ 2 ຄົນອາຍຸປະມານ 4 ປີ ເສຍຊີວິດຄາທີ່, ຍັງເຫລືອແຕ່ລູກຊາຍຄົນພິການ ອາຍຸ 8 ປີ, ໄດ້ຮັບບາດເຈັບສາຫັດທາງຍາດພີ່ນ້ອງໄດ້ນຳສົ່ງໄປປິ່ນປົວທີ່ປະເທດເພື່ອນບ້ານ, ອຸບັດເຫດດັ່ງກ່າວ, ຍ້ອນສະພາບຝົນຕົກແຮງຕິດຕໍ່ກັນຫລາຍວັນ, ບວກໃສ່ເຮືອນສ້າງໃໝ່ໃນບ່ອນຄ້ອຍຊັນ ຈຶ່ງກໍ່ໃຫ້ດິນເຈື່ອນໄດ້ງ່າຍ.
ຕໍ່ສະພາບດັ່ງກ່າວ, ທາງອຳນາດການປົກຄອງແຂວງ ຜົ້ງສາລີ, ໂດຍສະເພາະ ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ກໍໄດ້ໃຫ້ການຊ່ວຍເຫລືອ ເບື້ອງຕົ້ນ 10 ລ້ານກີບ ເພື່ອເຮັດພິທີທາງສາສໜາແກ່ຜູ້ເສຍຊີວິດ, ນອກຈາກນີ້, ກໍຍັງມີພາກສ່ວນຕ່າງໆ ແລະ ປະຊາຊົນພາຍໃນແຂວງໄດ້ຮ່ວມຈິດຮ່ວມໃຈໃຫ້ການຊ່ວຍເຫລືອ, ສິ່ງຈຳເປັນອື່ນໆອີກ.
ທ່ານນາຍບ້ານດັ່ງກ່າວໃຫ້ສຳພາດຕໍ່ໜັງສືພິມລາວພັດທະນາ ວ່າ: ສຳຫລັບຄວາມຕ້ອງການຊ່ວຍເຫລືອເລັ່ງດ່ວນທີ່ສຸດໃນຂະນະນີ້ ແມ່ນເງີນຊ່ວຍປິ່ນປົວເດັກຜູ້ໄດ້ຮັບບາດເຈັບທີ່ຍາດພີ່ນ້ອງໄດ້ນຳສົ່ງໄປປິ່ນປົວຢູ່ ສສ. ຫວຽດນາມ ທີ່ຍັງຢູ່ໃນອາການຂີດອັນຕະລາຍຢູ່ ເນື່ອງຈາກຜູ້ກ່ຽວຕົກລົງມາກະທົບໃສ່ກັບດິນແຂງ ເຮັດໃຫ້ຮ່າງກາຍໄດ້ຮັບບາດເຈັບສາຫັດ, ນອກຈາກນີ້, ທາງບ້ານ ກໍໄດ້ຊ່ວຍໃນການທຳພິທີທາງສາສະໜາແກ່ຜູ້ເສຍຊີວິດ, ແລະ ຈັດສັນດິນເພື່ອປຸກເຮືອນໃໝ່.

