ຟີ​ລິບ​ປິນ ຮຽກຮ້ອງ​ໃຫ້​ນັກຮຽນ​ປູກ​ຕົ້ນ​ໄມ້ ​ໃຫ້​ໄດ້ 10 ຕົ້ນ ກ່ອນ​ຈະ​ຈົບ​ຊັ້ນມັດທະຍົມ

ຮຽບຮຽງໂດຍ: ລູກເມືອພວນ

ອີງຕາມຂ່າວ Express ຂອງ ຫວຽດນາມ ວັນທີ 2 ພຶດສະພານີ້ໃຫ້ຮູ້ວ່າ: ວັນທີ 15 ພຶດສະພາຜ່ານມາ ຟີລິບປິນໄດ້ປະກາດໃຊ້ກົດໝາຍວ່າດ້ວຍ: “ ມໍລະດົກຈົບຊັ້ນ ເພື່ອສິ່ງແວດລ້ອມ ” . ກົດ ໝາຍດັ່ງກ່າວໄດ້ລະບຸວ່າ: ນັກຮຽນແຕ່ລະຄົນກ່ອນຈະຈົບຊັ້ນປະຖົມ, ຊັ້ນມັດທະຍົມ ແລະ ມະຫາວິທະຍາໄລຕ້ອງ ປູກຕົ້ນໄມ້ໃຫ້ໄດ້ຢ່າງໜ້ອຍ 10 ຕົ້ນ. ທ່ານ Gary Alejano ໃຫ້ຮູ້ວ່າ: ມີນັກຮຽນ ຈະຈົບຊັ້ນປະຖົມຫຼາຍກວ່າ 12 ລ້ານຄົນ, 5 ລ້ານຄົນ ຈະຈົບມັດທະຍົມ ແລະ 500.000 ຄົນຈະຈົບມະຫາວິທະຍາໄລໃນແຕ່ລະປີ, ຈະປູກຕົ້ນໄມ້ໄດ້ 175 ລ້ານຕົ້ນ. Alejano ໃຫ້ຮູ້ຕື່ມອີກວ່າ: ແຕ່ລະຮຸ່ນຂອງຄົນ ຟີລິບປິນ ຈະປູກຕົ້ນໄມ້ໄດ້ 525 ຕື້ຕົ້ນ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ