ລົດ​ພວງ​ປະ​ທະ​ກັບ​ລົດ​ໂດຍສານ​ຢູ່​ແມັກ​ຊິ​ໂກ ​ເສຍ​ຊີວິດ​ຫລາຍ​ກວ່າ 21 ຄົນ

ເຈົ້າໜ້າທີ່ແມັກຊິໂກ ລາຍງານວ່າ: ໄດ້ເກີດເຫດ  ລົດພວງ ແລະ ລົດໂດຍສານ ຂອງ ຊາວຄຣິສ ທີ່ພວມກັບ ຈາກໂບດກາໂຕລິກແຫ່ງໜຶ່ງຕໍາກັນຢ່າງຮຸນແຮງເຮັດໃຫ້ ເກີດໄຟໄໝ້ ໃນວັນທີ 29 ພຶດ ສະພານີ້ ທີ່ພາກຕາເວັນອອກຂອງປະເທດ ສົ່ງຜົນໃຫ້ ມີຜູ້ເສຍຊີວິດຫລາຍກວ່າ 21 ຄົນ ແລະ ບາດເຈັບ 30 ຄົນ. ເຈົ້າໜ້າທີ່ປ້ອງກັນໄພພົນລະເຮືອນລາຍງານຕື່ມວ່າ: ຜູ້ ເສຍຊີວິດສ່ວນຫລາຍແມ່ນ ຊາວຄຣິສທີ່ມາຈາກຣັດເຊຍທາງພາກໃຕ້ຂອງແມັກຊິໂກ, ເຊິ່ງລົດໂດຍສານໄດ້ກັບມາຈາກການໄປສູດມົນ ຢູ່ໂບດແມ່ມາຣີແຫ່ງກົວດາລູບໃນນະຄອນ ຫລວງແມັກ ຊິໂກ. ຈາກການກວດກາທາງນິຕິເວດຢູ່ຈຸດເກີດເຫດ ພົບວ່າມີຜູ້ເສຍຊີວິດຄາທີ່ຢູ່ ໃນລົດໂດຍສານ 17 ຄົນ, ຢູ່ໃນລົດພວງ 2 ຄົນ ແລະ ຜູ້ ບາດເຈັບສາຫັດເສຍຊີວິດໃນເວລານໍາຕົວສົ່ງໂຮງໝໍອີກ ຈໍານວນຫລາຍ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ