ຜູ້​ປົກຄອງ​ຄວນ​ຄິ​ດ


ຮຽບຮຽງໂດຍ:ລູກເມືອງພວນ

(ລະນຶກ​ວັນ​ເດັກ​ສາກົນ​ທີ 1 ມິຖຸນາ)

ພໍ່ແມ່ທຸກຄົນລ້ວນແຕ່ ຢາກໃຫ້ລູກຮຽນດີ, ຮຽນເກັ່ງ ເພື່ອເປັນເດັກຄຳຮູ້ຂອງພໍ່-  ແມ່, ເປັນຄວາມຫວັງຂອງ ປະເທດຊາດໃນອະນາຄົດ. ເພື່ອໃຫ້ໄດ້ແນວນັ້ນ, ພໍ່ແມ່ ຈຳນວນໜຶ່ງມັກຈະບັງຄັບ ໃຫ້ລູກເບິ່ງບົດຮຽນຢູ່ຕະ ຫຼອດເວລາ(ຮຽນຫຼາຍຫຼິ້ນ ໜ້ອຍ).ເມື່ອເດັກໄດ້ຄະແນນອ່ອນກໍມັກຈະຮ້າຍເດັກ ແລະ ລົງໂທດເດັກດ້ວຍຮູບການ ຕ່າງໆ.  ເຮັດແບບນັ້ນຄວນ   ຫຼື ບໍ່ຄວນ ຈົ່ງອ່ານເບິ່ງຄວາມ ຮູ້ສຶກຂອງນັກຮຽນ ມໍ6 ຂອງ ຫວຽດນາມຄົນໜຶ່ງຂຽນ ໄວ້ວ່າ:

ສິ່ງທີ່ນ້ອງຢາກເວົ້າ

ເປັນຫຍັງຍາມໃດພໍ່-ແມ່ກໍບັງຄັບໃຫ້ລູກຮຽນໃຫ້ໄດ້ ຄະແນນ 9,10, ຢູ່ຕະຫຼອດ ເວລາ. ພໍ່ແມ່ຮູ້ບໍວ່າ ລູກຖືກກົດ ດັນສໍ່າໃດ, ເວລາໄດ້ຄະແນນ ອ່ອນ 7, 8 ລົງມາພໍ່ແມ່ມັກຈະ ຕີລູກ. ເວລານັ້ນລູກມີແຕ່ຄິດ ຢາກຕາຍໃຫ້ມັນແລ້ວ. ລູກ ເຂົ້າໃຈວ່າ, ພໍ່ແມ່ຢາກໃຫ້ລູກ ຮຽນເກັ່ງ ແຕ່ພໍ່ແມ່ບໍ່ເຂົ້າ ໃຈວ່າລູກຖືກກົດດັນແນວ  ໃດ. ພໍ່ແມ່ບໍ່ໃຫ້ລູກເຮັດສິ່ງ ທີ່ລູກມັກ, ມີແຕ່ຢາກໃຫ້ລູກ ຮຽນເກັ່ງໆ ເພື່ອອະນາຄົດຈະ ຮູ້ຫາເງິນໃຫ້ໄດ້ຫຼາຍໆ ແຕ່ພໍ່ ແມ່ບໍ່ເຂົ້າໃຈລູກຈັກໜ້ອຍ ເລີຍ.ຮໍ່າຮຽນດີ, ຮໍ່າຮຽນເກັ່ງ ໃນອະນາຄົດຈະຫາວຽກ ເຮັດງານທຳໄດ້ດີກ່ວາ ແລະ ມີອາຊີບທີ່ແນ່ນອນ ແຕ່ລູກ ຢາກເຮັດສິ່ງທີ່ລູກມັກ. ມີ ຫຼາຍໆ ເທື່ອພໍ່ແມ່ຫ້າມບໍ່ ໃຫ້ລູກເບິ່ງໂທລະພາບ,ໂທ ລະສັບມືຖື ແລະ ອື່ນໆ ແຕ່ພໍ່ ແມ່ຊໍ້າພັດບໍ່ !

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ