ທຼຳ ກຳລັງບິນກັບຄືນປະເທດ

ຮຽບຮຽງໂດຍ: ລູກເມືອງພວນ
ມື້ນີ້ທີ 29 ພຶດສະພາ, ທ່ານ ດໍໂນ ທຼຳ ກຳລັງເດີນທາງກັບຄືນປະເທດ ພາຍຫຼັງຢ້ຽມຢາມ ຍີ່ປຸ່ນເປັນເວລາ 4 ວັນ. ໂອກາດນີ້, ທ່ານທຼຳ ໄດ້ໄປເບິ່ງມວຍປໍ້າ,ໄປຢ້ຽມຢາມກຳປັ່ນໃຫ່ຍທີ່ສຸດຂອງຍີ່ປຸ່ນ ແລະ ໃນໂອກາດດຽວກັນ ທ່ານໄດ້ປຶກສາຫາລືກັບນາຍົກລັດຖະມົນຕີຂອງຍີ່ປຸ່ນກ່ຽວກັບການປັບປຸງກອງທັບຂອງ ອາເມລິກາປະຈຳຢູ່ຍີ່ປຸ່ນ ກໍຄືຢູ່ບັນດາປະເທດຕາເວັນອອກສ່ຽງໃຕ້, ບັນຫາການລົງໂທດການຂຸດຄົ້ນນໍ້າມັນຂອງ ອາຍແລນ ສະມາຊິກ ຂອງກຸ່ມໂອເປັກ ສົ່ງອອກນໍ້າມັນ. ນອກນີ້ຍັງເວົ້າເຖິງການທົດລອງຂີປານາວຸດຂອງ ສປປ ເກົາຫຼີ ແລະ ບັນຫາການຄ້າລະຫ່ວາງສອງປະເທດຕື່ມອີກ.


