ທີມຊາດບານເຕະລາວຊຸດໃຫຍ່ກຽມອຸ່ນເຄື່ອງກັບທີມສີລັງກາ, ກ່ອນລຸ່ຍຮອບຄັດເລືອກບານໂລກ 2022

ໃນວັນທີ 27 ພຶດສະພານີ້,  ທີ່ ສະຫະພັນບານເຕະແຫ່ງຊາດລາວ, ໄດ້ມີພິທີຖະແຫລງ ຂ່າວການແຂ່ງຂັນເຕະບານ ອຸ່ນເຄື່ອງລະຫວ່າງທີມຊາດລາວຊຸດໃຫຍ່ພົບກັບທີມຊາດສີລັງກາ, ໃນວັນທີ 28 ພຶດສະພານີ້, ທີ່ສະໜາມກິລາຫລັກ 16 ນະຄອນ ຫລວງວຽງຈັນ.

ທ່ານ ຊຸນດຣາມ ມຸຕີ ຄູຝຶກທີມຊາດລາວກ່າວວ່າ: ເກມອຸ່ນເຄື່ອງຄັ້ງນີ້ ຈະເປັນນັດທົດສອບຄວາມພ້ອມຂອງທີມພວກເຮົາກ່ອນການ ແຂ່ງຂັນບານໂລກ 2022 ຮອບຄັດເລືອກເຂດ ອາຊີ ກັບ ທີມຊາດບັງກາລາເດັດໃນ ຕົ້ນເດືອນມິຖຸນານີ້, ຂະນະທີ່ຄູຝຶກທີມຊາດສີລັງກາກໍກ່າວວ່າ: ພວກເຮົາກໍມີ  ຄວາມພ້ອມເຊັ່ນກັນກັບທີມ ຊາດລາວ ທີ່ຈະແຂ່ງຂັນບານ ໂລກຮອບຄັດເລືອກ, ເຊິ່ງຈະພົບກັບທີມຊາດມາເກົາ./.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ