ປະທານບໍລິສັດ ເອຊຽນເຟສ ຖືກສານຕັດສີນຈໍາຄຸກ 15 ປີໃນຂໍ້ຫາສໍ້ໂກງຊັບພົນລະເມືອງ

ເມື່ອບໍ່ດົນມານີ້, ສານປະຊາຊົນນະຄອນຫລວງວຽງຈັນ ໄດ້ຕັດສິນລົງໂທດ ທ້າວ ຮຸດສຸວັນ ອາຍຸ 33 ປີສັນຊາດກໍາປູເຈຍ ປະທານບໍລິສັດ ເອຊຽນເຟສ ໃຫ້ຈໍາຄຸກ 15 ປີພ້ອມປັບໃໝ 423.000 ໂດລາສະຫະລັດກັບ 10 ລ້ານກີບ ແລະ ຢຶດຊັບສີນສ່ວນຕົວ ແລະ ຂອງບໍລິສັດທັງໝົດ ເພື່ອປະກາດຂາຍນໍາເງິນມາໄຊ້ແທນໃຫ້ກັບໂຈດທາງແພ່ງ, ຕັດສີນລົງໂທດທ້າວ ສົມຊາຍ ອາຍຸ 26 ປີ ພະນັກງານບໍລິສັດ ຢູ່ບ້ານຫ້ວຍນໍ້າເຢັນເມືອງນາຊາຍທອງ ໃຫ້ຈໍາຄຸກ 2 ປີ ພ້ອມປັບໃໝ 5 ລ້ານກີບ, ຕັດສີນລົງໂທດທ້າວ ສຸລິວັນ ອາຍຸ 63 ປີທີ່ປຶກສາບໍລິສັດໃຫ້ຈໍາຄຸກ 2 ປີກັບ 2 ເດືອນ ພ້ອມປັບໃໝ 2 ລ້ານກີບ, ຕັດສິນລົງໂທດນາງ ເພັດສະຫວັນ ໃຫ້ຈໍາຄຸກ 2 ປີພ້ອມປັບໃໝ 5 ແສນກີບແຕ່ໃຫ້ຝາກໂທດໄວ້, ໂດຍທັງໝົດມີຄວາມຜິດໃນສະຖານສໍ້ໂກງຊັບພົນລະເມືອງ ແລະ ປັດຈຸບັນ, ຍັງມີພັກພວກຄົນກໍາປູເຈຍຈໍານວນໜຶ່ງທີ່ຮ່ວມຂະບວນການໄດ້ຫລົບໜີອອກນອກປະເທດແລ້ວ.
ບໍລິສັດ ເອຊຽນເຟສ ໄດ້ສ້າງຕັ້ງຂຶ້ນໃນປີ 2015 ເຄື່ອນໄຫວກ່ຽວກັບການຄ້າຂາຍກໍາມະສິດພາຫະນະ, ທີ່ດິນ ແລະ ເຮືອນ, ດ້ວຍການລະດົມໃຫ້ປະຊາຊົນໄປຮ່ວມລົງທຶນຈະໄດ້ຮັບດອກເບ້ຍສູງ, ໂດຍມີປະຊາຊົນໄປຮ່ວມລົງທຶນເປັນຈໍານວນຫລາຍຕົກເປັນມູນຄ່າກວ່າ 14 ລ້ານກວ່າໂດລາສະຫະລັດ, ເມື່ອເປັນດັ່ງນັ້ນ ທະນາຄານແຫ່ງ ສປປ ລາວ ໄດ້ສັ່ງໃຫ້ຢຸດການເຄື່ອນໄຫວດັ່ງກ່າວ ແລະ ຖອນໃບທະບຽນວິສາຫາກິດ, ພ້ອມທັງໃຫ້ສົ່ງເງິນຄືນປະຊາຊົນ, ແຕ່ສຸດທ້າຍບໍມີເງິນຈ່າຍຈຶ່ງຖືກດໍາເນີນຄະດີຕາມລະບຽບກົດໝາຍດັ່ງກ່າວ.

