ມີ​ຜູ້​ເສຍ​ຊີວິດ 6 ຄົນ ຈາກ​ເຫດ​ປະ​ທ້ວງ ຜົນ​ການ​ເລືອກ​ຕັ້ງອິນ​ໂດ​ເນ​ເຊຍ

ຕາມແຫລ່ງຂ່າວຕ່າງ ປະເທດລາຍງານວ່າ: ການ ປະທ້ວງຜົນການເລືອກຕັ້ງ ປະທານາທິບໍດີປະເທດອິນ ໂດເນເຊຍທີ່ມີຄວາມຮຸນ  ແຮງນັ້ນ, ຜູ້ວ່າການນະຄອນ ຫລວງຈາກາຕາໃຫ້ຮູ້ວ່າ: ປັດຈຸບັນມີຜູ້ເສຍຊີວິດແລ້ວ     6 ຄົນ ແລະ ບາດເຈັບ ຫລາຍ ກວ່າ 200 ຄົນ, ເຊິ່ງໄດ້ສົ່ງ ຕົວໄປປິ່ນປົວຢູ່ໂຮງໝໍ 5 ແຫ່ງ ໃນຕົວເມືອງ. ນອກນີ້, ມີລົດ ຖືກຜູ້ປະທ້ວງເຜົາເປັນຈໍາ ນວນຫລາຍ.

ເຫດການປະທ້ວງດັ່ງ ກ່າວ, ເກີດຂຶ້ນພາຍຫລັງ ທີ່ຄະນະກໍາມະການເລືອກ ຕັ້ງປະກາດຜົນຄະແນນ ການເລືອກຕັ້ງ ໃນວັນທີ  21 ພຶດສະພານີ້ ແລະ ປາກົດ ວ່າປະທານາທິບໍດີ ດີໂຈໂກ ວິໂດໂດ ເອົາຊະນະ ນາຍ ພົນປຣາໂບໂວ ຊູບຽນໂຕ ດ້ວຍຄະແນນ 55,5% ຕໍ່ 45,5% ອັນສົ່ງຜົນ ໃຫ້ ກຸ່ມຜູ້ສະໜັບສະໜູນ ນາຍ ພົນປຣາໂບໂວ ບໍ່ພໍໃຈ ແລະ ທ່ານ ພົນປຣາໂບໂວ ເອງກໍ ບໍ່ ຍອມຮັບຜົນຄະແນນເລືອກ ຕັ້ງຄັ້ງນີ້ອີກດ້ວຍ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ