ຜູ້ຕັດສິນບານເຕະຊາວໂບລີເວຍ ເສຍຊີວິດຂະນະຕັດສິນ

ເກີດເຫດການເສົ້າໃນວົງການບານເຕະອີກຄັ້ງເມື່ອ ວິກຕໍ ຮີວໂກ້ ເຮີຕາໂດ້ (Victor Hugo Hurtado) ຜູ້ຕັດສິນບານເຕະຊາວໂບລີເວຍ ອາຍຸ 31 ປີ ຫົວໃຈ ວາຍ ຄາສະໜາມ, ຂະນະກຳ ລັງຕັດສິນການແຂ່ງຂັນ ເຕະບານລີກຂອງປະເທດໃນວັນທີ 20 ພຶດສະພາ 2019 ຜ່ານມາ, ຄູ່ລະຫວ່າງ ສະໂມ ສອນ Always Ready ພົບກັບ Oriente Petrolero ຢູ່ສະໜາມ Municipal Stadium ໃນເມືອງເອວ ອາໂຕ້ (El Alto) ທີ່ມີຄວາມສູງກວ່າໜ້ານໍ້າທະເລ 3.900m (12,795 ຟຸດ).
ວິກຕໍ ຮີວໂກ້ ເຮີຕາໂດ້ ລົ້ມຟຸບຄາສະໜາມໃນການ ຕັດສິນຕົ້ນເຄິ່ງເວລາທີ ສອງ ໃນນາທີ 47 ແພດພະຍາຍາມຊ່ວຍຊີວິດຂອງຜູ້ຕັດ ສິນທ່ານນີ້ຢ່າງສຸດຄວາມ ສາມາດທັງໃນສະໜາມ ແລະ ຢູ່ໂຮງໝໍແຕ່ບໍ່ສາມາດກອບ ກູ້ຊີວິດກັບມາໄດ້.
ທາງດ້ານສະຫະພັນ ບານເຕະໂບລີເວຍລວມທັງ ສະໂມສອນບານເຕະຕ່າງໆ, ຄູຝຶກ, ນັກກິລາ ແຟນບານ ໄດ້ຮ່ວມກັນສະແດງຄວາມ ເສຍໃຈຕໍ່ຄອບຄົວ ແລະ ໄວ້ ອາໄລ ຢ່າງສຸດຊຶ້ງກັບການ ຈາກໄປຂອງ ວິກຕໍ ຮີວໂກ້ ເຮີຕາໂດ້.


