ເຫລິນ ເຈິ້ງເຟລ ເຕືອນທຣຳ ຕີລາຄາຫົວເວີຍ ຕ່ຳເກີນໄປ

ທ່ານ ເຫລິນ ເຈິ້ງເຟຍ ຜູ້ສ້າງຕັ້ງບໍລິສັດຫົວເວີຍ ກ່າວວ່າ: ໄລຍະເວລາ ນະໂຍບາຍ 60 ວັນ ຂອງລັດຖະ ບານອາເມລິກາ “ເກືອບບໍ່ມີຄວາມຫມາຍ” ແລະ ເຕືອນ ປະທານາທິບໍດີໂດນັລທຣຳວ່າ:ຕີລາຄາປະສິດທິພາບຂອງບໍລິສັດທ່ານ “ຕ່ຳເກີນໄປ”.

ສຳນັກຂ່າວ ຕ່າງປະເທດ ລາຍງານວ່າ: ເຖິງວ່າກະຊວງການຄ້າຂອງອາເມລິກາ ອອກ ຖະແຫລງການໃນວັນທີ 20 ພຶດສະພາ ເລື່ອງການກຳນົດ ໄລຍະເວລານະໂຍບາຍຊົ່ວຄາວ 60 ວັນ ຫລື ຮອດວັນ    ທີ 19 ສິງຫານີ້ ໃຫ້ບໍລິສັດ       ຫົວເວີຍເຕັກໂນໂລຊີຂອງຈີນ ແລະ ບໍລິສັດຄູ່ຄ້າຢູ່ອາເມລິກາເພື່ອ “ສະສາງ” ການ ເຮັດ ທຸລະກຳ ລວມເຖິງການ ຊື້-ຂາຍສິນຄ້າຮ່ວມກັນໃຫ້ ສຳເລັດພາຍໃນໄລຍະເວລາທີ່ກຳນົດຕະຫລອດຈົນຂໍ້ຕົກ ລົງອື່ນໆທີ່ຍັງຄົງຄ້າງ ເນື່ອງ ຈາກພາຍຫລັງມາດຕະການຂວ້ຳບາດຕາມຄຳສັ່ງ “ສະຖານະການສຸກເສີນທາງເຕັກໂນໂລຊີ” ທີ່ປະທານາທິບໍ່ດີ ໂດນັລ ທຣຳ ປະກາດໃນອາທິດຜ່ານມາ ມີຜົນບັງຄັບໃຂ້ “ຢ່າງເປັນທາງການ” ຄູ່ຄ້າທັງສອງຝ່າຍຕ້ອງຢຸດ ການຮ່ວມມືກັນ.

ທ່ານ ເຫລິນ ເຈິ້ງເຟຍຜູ້ສ້າງຕັ້ງ ແລະ CEO ຂອງຫົວ ເວີຍ ກ່າວໃນວັນທີ 21 ພຶດສະພານີ້ວ່າ: ໄລຍະເວລາ 90 ວັນນັ້ນ “ເກືອບບໍ່ມີຄວາມຫມາຍ”, ທຸກພາກສ່ວນໃນ ຫົວເວີຍວິເຄາະ ແລະ ຄາດຄະເນໄວ້ແລ້ວວ່າ: ຄວາມຂັດແຍ່ງຈະຕ້ອງແຜ່ຂະຫຍາຍມາເຖິງຈຸດນີ້ ແລະ ບຸກຄົນທີ່ ສົມຄວນຕ້ອງຮັບຜິດຊອບ ແລະ “ຖືກກ່າວໂທດ” ຈາກເລື່ອງນີ້ຫລາຍທີ່ສຸດ ບໍ່ແມ່ນ ບັນດາບໍລິສັດຂອງອາເມລິກາທີ່ຈຳເປັນຕ້ອງປະຕິບັດ ຕາມຄຳສັ່ງ, ແຕ່ຄືຜູ້ອອກຄຳສັ່ງ ແລະ ຫນ່ວຍງານຝ່າຍບໍລິຫານທີ່ກ່ຽວຂ້ອງ.

  • 1584 Posts
  • 0 Comments
ໜັງສືພິມລາວພັດທະນາເປັນກະບອກສຽງຂອງສະມາຄົມນັກຂ່າວແຫ່ງສ.ປ.ປ.ລາວ ເຮັດໜ້າທີ່ເຜີຍແຜ່ແນວທາງນະໂຍບາຍຂອງພັກແລະ ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນເຂົ້າໃນການພັດທະນາສ້າງສາເສດຖະກິດ ສັງຄົມຂອງຊາດໃຫ້ເຕີບໃຫຍ່ຂະຫຍາຍຕົວ ມີຄວາມຈະເລີນສີວິໄລ. ຂ່າວລາວພັດທະນາ: ຄົນກ້າວໜ້າຕ້ອງຮູ້ອ່ານຂ່າວລາວພັດທະນາ ຢາກກ້າວໜ້າຕ້ອງອ່ານຂ່າວລາວພັດທະນາ