ຍູ້ແຮງເອກະຊົນ ສູ້ຊົນຫລຸດຜ່ອນຄວາມທຸກຍາກ

ໂດຍ: ມຶກບໍ່ແຫ້ງ
ການຫລຸດຜ່ອນຄວາມທຸກຍາກແມ່ນເປົ້າໝາຍຕົ້ນຕໍຂອງລັດຖະບານ, ການທີ່ຈະບັນລຸເປົ້າໝາຍໄດ້ຢ່າງຖ່ວງທັນ ແລະມີປະສິດທິພາບນັ້ນຕ້ອງອາໄສຫລາຍພາກສ່ວນ ໃນນັ້ນ ພາກສ່ວນເອກະຊົນ ຈະກາຍເປັນກຳລັງແຮງ ທີ່ສຳຄັນທີ່ສຸດ.
ລັດຖະບານເຮົາ ແມ່ນມີຄວາມມຸ່ງໝັ້ນ ໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນເລື້ອຍມາ ແລະມີຄວາມຄືບໜ້າດີສົມຄວນ, ເມື່ອທ້າຍເດືອນ ເມສາ 2019 ທີ່ຜ່ານມາ ລັດຖະບານໄດ້ລາຍງານວ່າ ຊຸມປີຜ່ານມາ ມີ 5.179 ຄອບຄົວ ໄດ້ຫລຸດພົ້ນອອກຈາກຄອບຄົວທຸກຍາກແລ້ວ ເຊິ່ງຍັງເຫລືອພຽງ 64.593 ຄອບຄົວ, ກວມ 5,34% ຂອງຈຳນວນຄອບຄົວທັງໝົດທົ່ວປະເທດ (ທີ່ຍັງທຸກຍາກ).
ໃນທ່າມກາງ ການອະນຸມັດ ບັນດາໂຄງການພັດທະນາແກ່ພາກເອກະຊົນຫລາຍໂຄງການ ຂອງລັດຖະບານ ທີ່ໄດ້ເອົາ ການຫລຸດຜ່ອນຄວາມທຸກຍາກ ມາເປັນໂຈດສຳຄັນ ທີ່ບັນດາໂຄງການເຫລົ່ານັ້ນ ຄວນແກ້ໃຫ້ຕົກ, ແຕ່ຫລາຍເທື່ອ ພວກເຮົາກໍເຫັນວ່າ ແທນທີ່ ຜູ້ພັດທະນາໂຄງການ ຫລື ຜູ້ລົງທຶນ ຈະໃຫ້ຄວາມສຳຄັນກັບການແກ້ໄຂຄວາມທຸກຍາກ ຊ້ຳພັດຕຶ່ມຄວາມທຸກໃຫ້ປະຊາຊົນ ເຊັ່ນ ການສຳປະທານທີ່ດິນ ແກ່ການປູກກ້ວຍ ທີ່ເປັນພິດ, ການຍົກຍ້າຍປະຊາຊົນ ຈາກບັນດາໂຄງການພັດທະນາຕ່າງໆກໍຍັງເປັນສິ່ງທ້າທາຍຫລາຍຕໍ່ຊີວິດການເປັນຢູ່ຂອງເຂົ້າເຈົ້າ.
ເມື່ອເປັນດັ່ງນັ້ນ, ພວກເຮົາຕ້ອງເດັດດ່ຽວ ທີ່ຈະເຮັດແນວໃດໃຫ້ປະຊາຊົນ ສາມາດໄດ້ຮັບຜົນປະໂຫຍດ ຈາກການລົງທຶນຂອງພາກສ່ວນເອກະຊົນ, ພວກເຮົາຕ້ອງຕີຜ່າຍການລົງທຶນໃດໆ ທີ່ຫວັງແຕ່ຈະກອບໂກຍເອົາຊັບພະຍາກອນທຳມະຊາດ ບໍ່ວ່າປ່າໄມ້, ດິນດອນຂອງປະຊາຊົນ ແທນທີ່ຈະຊ່ວຍໃຫ້ເຂົາເຈົ້າມີຢູ່ມີກິນຂຶ້ນຕຶ່ມ, ອັນນີ້ ຂຶ້ນກັບ ຄວາມເຂັ້ມແຂງ ແລະກ້າຫານ ຂອງພວກເຮົາວ່າ ຈະຄັດເລືອກເອົານັກລົງທຶນທີ່ດີແນວໃດ.
ພວກເຮົາອາດຮຽນຮູ້ນຳ ສປ ຈີນ ໄດ້ຢ່າງຫລວງຫລາຍ ໃນການເອົາທຸລະກິດ ເອກະຊົນ ມາມີສ່ວນຮ່ວມໃນການຫລຸດຜ່ອນຄວາມທຸກຍາກຂອງເຂົາເຈົ້າ ເພາະລັດຖະບານ ສປ ຈີນ ຖືວ່າ ພາກເອກະຊົນ ສາມາດ ອອກແບບໂຄງການ, ຈັດຕັ້ງປະຕິບັດ ແລະ ຊ່ວຍໃຫ້ປະຊາຊົນ ເຂົ້າເຖິງຕະຫລາດ ຈຳໜ່າຍຜົນຜະລິດຂອງເຂົາເຈົ້າໄດ້ງ່າຍຂຶ້ນ ແລະໄດ້ຮັບລາຄາທີ່ສົມເຫດສົມຜົນ. ພາກສ່ວນເອກະຊົນ ໄດ້ປະກອບສ່ວນໃຫ້ ປະຊາຊົນ ສປ ຈີນ ສາມາດຫລຸດພົ້ນຈາກຄວາມທຸກຍາກປີໜຶ່ງ ຕ່ຳສຸດ 10 ລ້ານຄົນຕໍ່ປີ.
ບົດບາດຂອງເອກະຊົນໃນລາວ ກໍເລີ່ມມີໜໍ່ແໜງ ແລະກາຍເປັນຕົວແບບຫລາຍຂຶ້ນ ເຊັ່ນ ທ່ານ ເກຍ ອູ ສິດທິເດດ ເຈົ້າຂອງທຸລະກິດນ້ຳດຶ່ມກາໂລມາ ໄດ້ປະກອບສ່ວນຢ່າງໃຫຍ່ຫລວງ ໃນການປ່ຽນຊີວິດຂອງຄົນ ທີ່ເຄີຍຂໍທານ ມາມີອາຊີບທີ່ໝັ້ນຄົງ ແລະກຸ້ມຕົນເອງ ໄດ້ຫລາຍສິບຄອບຄົວ ຢູ່ແຂວງສະຫວັນນະເຂດ ຈົນໄດ້ຮັບນາມມະຍົດຈາກລັດຖະບານ ໃຫ້ເປັນນັກພັດທະນາດີເດັ່ນແຫ່ງຊາດ.
ແນ່ນອນວ່າ ກ່ອນຈະເຮັດແນວນັ້ນ ນອກຈາກວິໄສທັດ ແລະຄວາມເສຍສະຫຼະ ຂອງນັກທຸລະກິດແລ້ວ, ປັດໄຈໜຶ່ງທີ່ສຳຄັນກໍແມ່ນ ການອຳນວຍຄວາມສະດວກ ຂອງອຳນາດການປົກຄອງທ້ອງຖິ່ນ ໃນການ ໃຫ້ຄຳປຶກສາ, ໃຫ້ທິດເຍືອງທາງ ໂດຍເອົາຜົນປະໂຫຍດສ່ວນລວມເປັນກົກ.
ນອກຈາກ ທ່ານ ເກຍແລ້ວ ພວກເຮົາກໍຍັງ ມີພາກສ່ວນເອກະຊົນຫລາຍທ່ານທີ່ໄດ້ປະກອບສ່ວນຊ່ວຍກັນ ແລະ ຜູ້ຂຽນກໍເຊື່ອວ່າ ຍັງມີນັກທຸລະກິດ, ຫົວໜ່ວຍທຸລະກິດ ອື່ນໆ ກໍ ຢາກປະກອບສ່ວນ ແກ້ໄຂຄວາມທຸກຍາກເຊັ່ນກັນ ທີ່ພວກເຮົາຄວນຊຸກຍູ້ເຂົາເຈົ້າເພີ່ມຕຶ່ມ ເພື່ອເຮັດໃຫ້ເຮົາສາມາດ ປົດປ່ອຍປະເທດ ອອກຈາກປະເທດທີ່ດ້ອຍພັດທະນາ ແລະ ບັນລຸເປົ້າໝາຍການພັດທະນາທີ່ຍືນຍົງ (ເປົ້າໝາຍທີ 1 ຫລຸດຜ່ອນຄວາມທຸກຍາກ) ໃຫ້ໄດ້ ໃນໄວໆນີ້.

