ເລື່ອນຈັດງານວາງສະແດງສິນຄ້າຜະລິດຕະພັນລາວອອກໄປຈັດໃນເດືອນກໍລະກົດ

ພາຍຫລັງໄດ້ເກີດເຫດໄຟໄໝ້ ໃນສູນການຄ້າລາວ ໄອເຕັກ ຕຶກເກົ່າເມື່ອຕອນເຊົ້າຂອງວັນທີ 10 ພຶດສະພາຜ່ານມານີ້, ຊຶ່ງເປັນມື້ທີ່ຈະມີການເປີດງານວາງສະແດງສິນຄ້າຜະລິດຕະພັນລາວ(ODOP) ໃນລະຫວ່າງວັນທີ 10-19 ພຶດສະພາ 2019, ແຕ່ໄດ້ເກີດເຫດການບໍ່ເພີ່ງປາດຖະໜາດັ່ງກ່າວ, ດັ່ງນັ້ນ ໃນຕອນແລງຂອງມື້ດຽວກັນຄະນະກຳມະການຈັດງານວາງສະແດງນຳໂດຍ ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ທ່ານ ສີບຸນທຳ ສີບຸນມີ ຜູ້ອຳນວຍການບໍລິສັດ ລາວເວີນ ເຈົ້າຂອງສູນການຄ້າດັ່ງກ່າວ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນວ່າ ງານວາງສະແດງສິນຄ້າຜະລິດຕະພັນລາວ ອອກໄປຈັດຂຶ້ນໃນເດືອນ ກໍລະກົດ ນີ້ ຢູ່ ສູນການຄ້າໄອເຕັກຫລັງໃໝ່, ປັດຈຸບັນ ກໍໄດ້ລພດົມໃຫ້ຊາວຄ້າຂາຍ ແລະ ບັນດາຫົວໜ່ວຍທຸລະກິດໄດ້ ເຄື່ອນຍ້າຍສິນຄ້າຂອງຕົນຂຶ້ນໄປ ຢູ່ ສະຖານທີ່ດັ່ງກ່າວ ແລະ ຕໍ່ເຫດການໄຟໄໝ້ນີ້ກໍຂໍສະແດງຄວາມເສຍໃຈກັບຜູ້ທີ່ໄດ້ຮັບຜົນກະທົບ ແລະ ຈະມີການປະເມີນຄວາມເສຍຫາຍ ແລະ ຊົດເຊີຍຕາມຂັ້ນຕອນ, ພ້ອມກັນນັ້ນ ກໍຈະເລັ່ງສ້ອມແປງອາຄານດັ່ງກ່າວໃຫ້ກັບມາມີສະພາບເດີມໂດຍໄວ ເພື່ອຮັບໃຊ້ການຈັດງານຕ່າງໆ.
ຂະນະດຽວກັນທາງເຈົ້າໜ້າທີ່ ປກສ ນະຄອນຫລວງວຽງຈັນ ໄດ້ລາຍການສືບສວນ-ສອບສວນສາເຫດໄຟໄໝ້ເບື້ອງຕົ້ນວ່າ: ເຫດໄຟໄໝ້ດັ່ງກ່າວເບື້ອງຕົ້ນເຫັນວ່າມີຮ້ານຂາຍເຄື່ອງ 20 ຮ້ານຖືກໄຟໄໝ້ ສ່ວນໃຫຍ່ແມ່ນຮ້ານຂາຍເຄື່ອງນຸ່ງຫົ່ມ, ເຄື່ອງອຸປະໂພກຕ່າງໆ.

