ໄມ້ໃຫ້ຕັດ ແລະ ໄມ້ຫ້າມຕັດ

ມຶກບໍ່ແຫ້ງ
ທ່າມກາງຂະບວນການສົ່ງເສີມການປົກປັກຮັກສາປ່າໄມ້ລາວນັ້ນ ລັດຖະບານຫາກໍປະກາດ (ທາງການ) ການອະນຸຍາດ ໃຫ້ບັນດາໂຄງການພັດທະນາ ແລະພື້ນຖານໂຄງລ່າງ ສາມາດຕັດໄມ້ໃນເຂດໂຄງການໄດ້!
ໃນກອງປະຊຸມລັດຖະບານປະຈຳເດືອນ ເມສາ 2019 ທີ່ຜ່ານມາໄດ້ “ເຫັນດີອະນຸມັດຂຸດຄົ້ນໄມ້ ທີ່ນອນຢູ່ໃນເຂດໂຄງການ ພັດທະນາ ແລະ ກໍ່ສ້າງພື້ນຖານໂຄງລ່າງ ທີ່ໄດ້ດຳເນີນໄປແລ້ວ ເປັນຕົ້ນ ແລວກໍ່ສ້າງເສັ້ນທາງ, ສາຍສົ່ງໄຟຟ້າ, ອ່າງເກັບນໍ້າໃນເຂື່ອນ”
ໃນກອງປະຊຸມໄດ້ເປັນເອກະພາບ ມອບໃຫ້ກະຊວງກະສິກຳ ແລະ ປ່າໄມ້ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການດຳເນີນການ ໂດຍເນັ້ນໜັກວ່າ “ກວດກາຄືນຄວາມຖືກຕ້ອງຂອງຂໍ້ມູນ, ມີການແຕ່ງຕັ້ງຄະນະຮັັບຜິດຊອບຄັກແນ່, ກໍານົດແຜນການຂຸດຄົ້ນໃຫ້ລະອຽດ, ພ້ອມທັງ ຄົ້ນຄວ້າມາດຕະການຄຸ້ມຄອງໃຫ້ດີ, ແທດເໝາະກັບສະພາບຕົວຈິງ, ຫຼີກລ້ຽງການສວຍໂອກາດ, ສາມາດສ້າງລາຍຮັບເຂົ້າງົບປະມານແຫ່ງລັດ, ທັງສອດຄ່ອງກັບກົດໝາຍ ແລະ ລະບຽບການ” ແລະ “ກໍ່ຕ້ອງໄດ້ມີການສຶກສາອົບຮົມປຸກລະດົມປະຊາຊົນ ໃຫ້ເຂົ້າໃຈຕໍ່ບັນຫາດັ່ງກ່າວຢ່າງຖືກຕ້ອງ”.
ທຳນອງດຽວກັນນັ້ນ, ເມື່ອເບິ່ງກັບໄປ ເດືອນ ມິຖຸນາ 2016 ຜູ້ຂຽນຍັງສະດຸດໃຈກັບຫົວຂໍ້ຂ່າວໜຶ່ງຂອງໜັງສືພິມວຽງຈັນທາມ ທີ່ວ່າ “ບັນດາບໍລິສັດບໍ່ສາມາດປູກຕົ້ນໄມ້ທົດແທນພາຍຫຼັງບຸກເບີກເນື້ອທີ່ປ່າໄມ້ຂອງໂຄງການທີ່ໄດ້ອະນຸມັດ” ເຊິ່ງກໍເປັນຂໍ້ບັງຄັບໜຶ່ງຂອງລັດຖະບານຕໍ່ກັບ ບັນດາໂຄງການພັດທະນາທີ່ ຜູ້ພັດທະນາຈະຕ້ອງປູກຕົ້ນໄມ້ທົດແທນ. ໃນບົດດັ່ງກ່າວ ຍັງອ້າງອີງເຖິງ ຄຳເວົ້າ ຂອງ ພະນັກງານັ້ນສູງ ກະຊວງກະສິກຳ ແລະປ່າໄມ້ວ່າ “ບັນດາບໍລິສັດຢາກດຳເນີນໂຄງການ ພຽງເພາະຢາກຕັດໄມ້” ແລະ “ລັດຖະບານຄວນໄດ້ເອົາໃຈໃສ່ບັນຫານີ້ຢ່າງຈິງຈັງ ກ່ອນອະນຸມັດໂຄງການພັດທະນາຕ່າງໆ”.
ການອະນຸມັດດັ່ງກ່າວ ກໍອາດສົມເຫດສົມຜົນດ້ວຍຫຼາຍເຫດຜົນ ແຕ່ພວກເຮົາກໍຄວນຄຳນຶງວ່າ ເຮັດແນວໃດໃຫ້ ເບື້ອງການຈັດຕັ້ງປະຕິບັດ ສາມາດຜັນຂະຫຍາຍ ຄຳວ່າ “ຫຼີກລ່ຽງການສວຍໂອກາດ” ຫຼື “ໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບການ” ໃຫ້ເປັນຈິງໄດ້ ເພື່ອຮັບປະກັນວ່າ “ໄມ້ທີ່ບໍ່ໃຫ້ຕັດ” ຈະຖືກຕັດໄປພ້ອມໆກັບ “ໄມ້ທີ່ໃຫ້ຕັດ”.
ຄຽງຄູ່ກັບ ການອະນຸມັດດັ່ງກ່າວ, ການປະກາດສ້າງຕັ້ງ ສວນອຸທິຍານ ແຫ່ງຊາດ ສອງແຫ່ງເມື່ອວັນທີ 15 ກຸມພາ 2019 ເຊິ່ງປະກອບມີ ສວນອຸທິຍານແຫ່ງຊາດ ນ້ຳແອດ-ພູເລີຍ ທາງພາກເໜືອ ແລະ ນາກາຍ-ນ້ຳເທີນ ພາກກາງ ນັ້ນໄດ້ກາຍເປັນບາດກ້າວທີ່ສຳຄັນ ທີ່ພວກເຮົາ ໄດ້ໃຫ້ຄຳໝັ້ນສັນຍາກັບຄົນລາວຮຸ່ນນີ້ ແລະຮຸ່ນຄົນຕໍ່ໄປວ່າ ຄວາມຮັ່ງມີ ທາງດ້ານ ປ່າໄມ້, ຊີວະນາໆພັນ, ເຄື່ອງປ່າ ຂອງດົງ ນີ້ໄວ້ໃຫ້ຍືນນານ ໂດຍຫ້າມເດັດຂາດການຕັດໄມ້ ຫຼື ຂຸດຄົ້ນຊັບພະຍາກອນອື່ນໆໃນເຂດດັ່ງກ່າວ.
ພ້ອມນັ້ນ ກະຊວງຖະແຫຼງຂ່າວດ ວັດທະນະທຳ ແລະທ່ອງທ່ຽວ ກໍຍັງກຳລັງເຮັດວຽກຢ່າງໜັກ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງຢ່າງໜັກ ເພື່ອຈະເຮັດໃຫ້ ປ່າສະຫງວນແຫ່ງຊາດ ຫີນໜາມໜໍ່ ຂອງລາວກາຍເປັນມໍລະດົກຂອງໂລກແຫ່ງທຳອິດຂອງລາວ. ນີ້ສະແດງວ່າ ປ່າໄມ້ລາວ ບໍ່ໄດ້ມີຄວາມສຳຄັນ ສະເພາະລະດັບຊາດ ແລະພາກພື້ນໜີເທົ່ານັ້ນ ແຕ່ປ່າໄມ້, ຄວາມງົດງາມທາງທຳມະຊາດຂອງລາວ ຍັງເປັນຄັງສາງມໍລະດົກທາງທຳມະຊາດ ທີ່ຄົນລາວຄວນຮັກ ແລະຫວງແຫນໄວ້.
ໃນເມື່ອປີ 2015, ຊາວລາວ ມີຄວາມປຶ້ມປິຕິທີ່ລັດຖະບານ ໄດ້ອອກຄຳສັ່ງເລກທີ 15 ເພື່ອຢຸດຕິການຕັດໄມ້, ການສົ່ງອອກໄມ້ທ່ອນ ແລະການເຄື່ອນຍ້າຍ ໂດຍໂຮງເລື່ອຍ ຈຳນວນຫຼາຍຮ້ອຍທົ່ວປະເທດຖືກປິດ ເຊິ່ງກໍເຮັດໃຫ້ ປ່າໄມ້ລາວ ໄດ້ຫາຍໃຈແດ່ ແລະກໍເຫັນວ່າ ການຕັດໄມ້, ການຄ້າຂາຍໄມ້ (ເຖື່ອນ) ໄດ້ຖືກຕີຖອຍລົງຢ່າງແຮງ, ແລະພວກເຮົາກໍຍັງມີຄວາມຫວັງວ່າຈະມີປ່າໄມ້ ຄວບຄຸມຮອດ 70% ໃນຊຸມປີຂ້າງໜ້າ ແລະ ພວກເຮົາກໍປາຖະໜາ ຢາກໃຫ້ ຄຳສັ່ງດັ່ງກ່າວ ມີຄວາມສັກສິດ ໄປຕະຫຼອດ.
ຍ້ອນແນວນັ້ນ, ຖ້າຫາກ ມີໂຄງການພັດທະນາໃດກໍຕາມ ທີ່ຈະເກີດຂຶ້ນໃນອະນາຄົດ ພວກເຮົາ ກໍຕ້ອງຮັບປະກັນວ່າ ຈະຫຼຸດຜ່ອນຜົນກະທົບຕໍ່ການສູນເສຍປ່າໄມ້ (ແກ່) ຂອງພວກເຮົາໃຫ້ໜ້ອຍທີ່ສຸດບໍ່ວ່າກໍລະນີໃດກໍຕາມ, ການປູກທົດແທນ ຄືນເຖິງວ່າຈະສາມາດເຮັດໄດ້ ກໍທຽບຄຸນຄ່າກັບປ່າແກ່ ທີ່ໃຊ້ເວລາຫຼາຍສິບ ຫຼື ຮ້ອຍປີ ນັ້ນບໍ່ໄດ້ເລີຍ.

