ງານຕະຫຼາດນັດແຮງງານ ແລະ ການສຶກສາ ຄັ້ງທີ 8

ໃນວັນທີ 10 ພຶດສະພານີ້, ຄະນະວິສະວະກໍາສາດ (ຄວສ) ມະຫາວິທະຍາໄລແຫ່ງຊາດ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ, ສະພາການຄ້າ ແລະ ອຸດສາຫະກໍາເອີຣົບ ປະຈໍາລາວ, ໄດ້ຈັດງານຕະຫຼາດນັດແຮງງານ ແລະ ການສຶກສາ ຄັ້ງທີ 8 ຂຶ້ນທີ່ ຄວສ, ໂດຍການເຂົ້າຮ່ວມຂອງທ່ານຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ, ມີອໍານວຍການ ສະພາການຄ້າ ແລະ ອຸດສາຫະກໍາເອີລົບ ປະຈໍາລາວ, ພ້ອມດ້ວຍຫົວໜ້າພະແນກຂໍ້ມູນຂ່າວສານ ຕະຫຼາດແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີພະນັກງານຄູ-ອາຈານ, ນັກສຶກສາ ແລະ ບັນດາບໍລິສັດຕ່າງໆເຂົ້າຮ່ວມເປັນຈໍານວນຫຼາຍ.
ຮອງຄະນະບໍດີຄະນະວິສະວະກໍາສາດ ໃຫ້ຮູ້ວ່າ: ການຈັດງານດັ່ງກ່າວ, ເພື່ອແນໃສ່ຊ່ວຍເຫຼືອບັນດາຫົວໜ່ວຍທຸລະກິດມີໂອກາດຊອກຫາຜູ້ຮ່ວມງານ ໄດ້ຖືກຕ້ອງຕາມຄວາມຕ້ອງການຂອງຕົນ, ທັງເປັນການສ້າງໂອກາດໃຫ້ນັກຮຽນ-ນັກສຶກສາໄດ້ພົບປະກັບຫົວໜ່ວຍທຸລະກິດຕ່າງໆ ເພື່ອແລກປ່ຽນບົດຮຽນດ້ານການພັດທະນາແຮງງານ, ພ້ອມທັງເອື້ອອຳນວຍຄວາມສະດວກໃນການຊອກວຽກເຮັດງານທຳທີ່ຫຼາກຫຼາຍ ແລະ ສົ່ງເສີມວຽກເຮັດງານທຳເພື່ອການພັດທະນາເສດຖະກິດຂອງປະເທດໃຫ້ດີຂຶ້ນ. ໃນຕະຫຼາດນັດແຮງງານຄັ້ງນີ້, ໄດ້ມີຫ້ອງວາງສະແດງ ຂອງນັກສຶກສາວິສະວະກໍາ ແລະ ຂອງບັນດາບໍລິສັດຕ່າງໆ ຫຼາຍກວ່າ 30 ຫົວໜ່ວຍ.

