ຜົນຍື່ນອຸທອນບໍ່ສຳເລັດ ! ຟີຟາ ຢືນຢັນ ເຊລຊີ ໝົດສິດຊື້ນັກເຕະເສີມທັບທັງ 2 ຮອບໃນລະດູການນີ້

ສະຫະພັນບານເຕະນາໆຊາດ ຫລື ຟີຟາ (FIFA) ອອກມາຢືນຢັນວ່າ: ຜົນການຍື່ນອຸທອນຂອງ ເຊລຊີ ສະໂມສອນຊື່ດັງຈາກອັງກິດ ຕໍ່ກັບໂທດການຊື້ນັກເຕະຜິດລະບຽບໃນປີ 2013 ຜ່ານມາ ຟີຟາ ຍັງຢືນຢັນວ່າ: ເຊລຊີ ຜິດຄືເກົ່າ.
ຜົນກວດສອບຈາກ ຟີຟາ ພົບວ່າ: ເຊລຊີ ຊື້ນັກເຕະອາຍຸບໍ່ເກີນ 18 ປີເສີມທັບໂດຍບໍ່ປະຕິບັດຕາມກົດລະບຽບຈຳນວນ 29 ກໍລະນີ ໂດຍໄດ້ທຳການກວດສອບເຖິງ 92 ຄັ້ງ ເປັນຕົ້ນ ເບີທຣານ ຕຣາວເລ້ ກອງໜ້າທີມຊາດເບີກີນ້າຟາໂຊ ທີ່ ເຊລຊີ ຊື້ມາຈາກ ໂອແຊຣ ມາເສີມທັບໃນປີ 2013 ໃນອາຄາເດມີ້ຂອງທີມ, ຈາກນັ້ນດຶງຂຶ້ນມາທີມຊຸດໃຫຍ່ກ້າວສູ່ອາຊີບເຕັມໂຕ ໄດ້ລົງຫລິ້ນ 25 ນັດກັບທີມຊຸດ U16, U18 ແລະ ຊຸດໃຫຍ່, ແຕ່ ຟີຟາ ກວດພົບບໍ່ໄດ້ລົງທະບຽນຕາມລະບຽບ ເຊິ່ງຖືວ່າຜິດກົດຂອງ ຟີຟາ ເລື່ອງການເບິ່ງແຍງນັກເຕະເຍົາວະຊົນຕ່າງຖິ່ນ ເພາະ ຟີຟາ ເປັນຫ່ວງອາດກ່ຽວຂ້ອງກັບການຄ້າມະນຸດ, ຂົ່ມຂູ່ສະແຫວງຫາຜົນປະໂຫຍດຈາກນັກກິລາ.
ຕໍ່ກັບໂທດດັ່ງກ່າວ ຟີຟາ ຈຶ່ງລົງໂທດ ເຊລຊີ ຫ້າມຊື້ນັກເຕະເສີມທັບທັງ 2 ຮອບໃນລະດູການໜ້າ 2019-20 ຄືຫລັງພັກລະດູການ 2018-19 ແລະ ເດືອນມັງກອນປີ 2020 ພ້ອມກັບປັບໃໝ ເຊລຊີ 460.000 ປອນ, ປັບໃໝສະມາຄົມບານເຕະອັງກິດທີ່ລະເລີຍບໍ່ກວດກາຈົນເກີດບັນຫາຈຳນວນ 390.000 ປອນ.
ເຖິງຢ່າງໃດກໍຕາມ, ເຊລຊີ ຍັງມີສິດສູ້ຄະດີທາງສຸດທ້າຍ ຖ້າໝັ້ນໃຈວ່າຕົນເອງບໍລິສຸດ ຄືຕ້ອງຍື່ນອຸທອນເຖິງສານກິລາໂລກ ຫລື CAS. ກ່ອນໜ້ານີ້ ຄະດີແບບນີ້ເຄີຍເກີດຂຶ້ນກັບ ບາເຊໂລນາ ແລະ ແອັດເລຕິໂກ້ ມາດຣິດ ສອງທີມດັງຈາກແອັສປາຍ ໃນປີ 2016 ທັງສອງທີມຖືກລົງໂທດຄືກັບ ເຊລຊີ.
ສຳລັບນັກເຕະທີ່ ເຊລຊີ ປ່ອຍໃຫ້ທີມອື່ນຢືມຕົວ ເຊິ່ງເຫັນວ່າມີຊື່ສຽງ ແລະ ຄວາມສາມາດດຶງກັບມາຊ່ວຍທີມເຊັ່ນ: Tammy Abraham (Aston Villa), Michy Batshuayi (Crystal Palace), Alvaro Morata (Atletico Madrid), Victor Moses (Fenerbahce), Christian Pulisic (Borussia Dortmund), Kenedy (Newcastle), Tiemoue Bakayoko (AC Milan) ແລະ Kurt Zouma (Everton).

