ຫລັງຈາກບໍລິຈາກເລືອດແລ້ວຄວນດູແລໂຕເອງແນວໃດ

ການບໍລິຈາກເລືອດເປັນສິ່ງທີ່ດີ ເພາະໄດ້ຊ່ວຍເຫລືອເພື່ອນມະນຸດ, ແຕ່ຫລັງຈາກການບໍລິຈາກເລືອດ ທ່ານຈະຕ້ອງດູແລໂຕເອງໃຫ້ດີນຳ. ສິ່ງທີ່ຄວນເຮັດ ແລະ ບໍ່ຄວນເຮັດ ຫລັງຈາກການບໍລິຈາກເລືອດ.
– ຫລັງຈາກການບໍລິຈາກເລືອດ ສິ່ງທີ່ທ່ານຄວນເຮັດ ມີຄື :
1. ກິນເຂົ້າໜົມ, ນົມ ແລະ ນຳ້ໝາກໄມ້ ທີ່ໂຮງໝໍ, ຄລີນິກ ຫລື ໜ່ວຍແພດກຽມໄວ້ໃຫ້.
2. ຕິດພາສເຕີ ຫລື ສຳລີທີ່ຕິດບາດແຜໄວ້ຢ່າງໜ້ອຍ 5 ຢ່າງຊົ່ວໂມງ.
3. ຄວາມຮ້ອນເຮັດໃຫ້ທ່ານຮູ້ສຶກວິນຫົວ ແລະ ເປັນວິນໄດ້. ສະນັ້ນ ຫລີກເວັ້ນການຕາກແດດ ແລະ ໃຫ້ອາບນຳ້ເຢັນແທນການອາບນຳ້ອຸ່ນ.
4. ຫລັງຈາກຜ່ານການບໍລິຈາກເລືອດມາແລ້ວ ຕ້ອງນອນຫລັກພັກຜ່ອນໃຫ້ພຽງພໍ ຢ່າງໜ້ອຍມື້ລະ 7 – 8 ຊົ່ວໂມງເປັນຢ່າງໜ້ອຍ ບໍ່ຄວນອົດຫລັບອົດນອນ ຫລື ນອນເດິກ.
5. ເລືອກກິນອາຫານທີ່ມີປະໂຫຍດຕໍ່ສຸຂະພາບ ໂດຍສະເພາະແມ່ນອາຫານທີ່ມີສັບພະຄຸນຊ່ວຍບຳລຸງເລືອດ ຈຳພວກອາຫານທີ່ມີວິຕາມິນເບຫລາຍໆຊະນິດເປັນສ່ວນປະ ສົມ ເປັນຕົ້ນແມ່ນນົມ, ໄຂ່, ຜັກໃບຂຽວ, ໝາກສະຕໍເບີຣີ, ຊີສ, ໝາກແອັບເປິ້ນ, ໝາກພິລາ, ໝາກເບີຣີຫລາຍຊະນິດ ບລູເບີຣີ, ແຄນເບີຣີ, ເຊີຣີ, ຕັບ, ຖົ່ວດຳ – ຖົ່ວແດງ ຫລື ຈະກິນວິຕາມິນເບລວມເສີມກໍໄດ້ (ຄວນປຶກສາແພດກ່ອນຊື້ມາກິນ).
– ສິ່ງທີ່ບໍ່ຄວນເຮັດ ມີຄື :
1. ບໍ່ຄວນສູບຢາ ຫລັງຈາກການບໍລິຈາກເລືອດ ເພາະຈະເຮັດໃຫ້ເກີດອາການວິນຫົວ ແລະ ເປັນວິນໄດ້.
2. ງົດດື່ມເຄື່ອງດື່ມທີ່ມີອານກໍຮໍ ຢ່າງໜ້ອຍ 24 ຊົ່ວໂມງ ແລະ ຄວນດື່ມນຳ້ຫລາຍໆແທນ.
3. ຫລັງຈາກບໍລິຈາກເລືອດ ຄວນນອນພັກຜ່ອນ ຫລື ນັ່ງໃຫ້ສະບາຍໆ ບໍ່ຄວນຢືນດົນໆ ເພາະຈະຍິ່ງເຮັດໃຫ້ທ່ານເມື່ອຍ.
4. ງົດການອອກກຳລັງກາຍໜັກໆແບບຫັກໂຫມໃນຊ່ວງທຳອິດຫລັງຈາກບໍລິຈາກເລືອດມາແລ້ວ.

