ຊາບາເລຕ້າ ຕໍ່ສັນຍາ ເວສແຮມ ອີກ 1 ປີ

ປາໂບລ ຊາບາເລຕ້າ ຟູລແບັກ ເວສແຮມ ຢູໄນເຕັດ ບໍ່ສົນເລື່ອງລາອາຊີບ ພ້ອມຂະຫຍາຍສັນຍາກັບຕົ້ນສັງກັດອອກໄປຈົນຮອດປີ 2020 ໂດຍ ຊາບາເລຕ້າ ບອກວ່າຍັງມ່ວນກັບການຫລິ້ນຢູ່.
ປາໂບລ ຊາບາເລຕ້າ ແບັກຂວາປະສົບການສູງຂອງ ເວສແຮມ ຢູໄນເຕັດ ສະໂມສອນດັງແຫ່ງເວທີ ພຣີເມຍລີກ ອັງກິດ ເຊັນຕໍ່ສັນຍາໃນຖິ່ນ ລອນດອນ ສະເຕດ້ຽມ ອອກໄປອີກ 1 ປີຮຽບຮ້ອຍ ໃນວັນທີ 1 ພຶດສະພາ ເຊິ່ງຈະເຮັດໃຫ້ລາວໄດ້ຢູ່ຮັບໃຊ້ຕົ້ນສັງກັດຈົນຈົບລະດູການ 2019-20.
ກ່ອນໜ້ານີ້ ຊາບາເລຕ້າ ກຳລັງຈະໝົດສັນຍາ 2 ປີ ກັບ ເວສແຮມ ຫລັງຈົບລະດູການນີ້ ເຊິ່ງຄາດກັນວ່າ ລາວອາດຈະຕັດສິນໃຈຢຸດອາຊີບແລ້ວ, ແຕ່ຫລ້າສຸດ ດາວເຕະຊາວອາເຈນຕິນາໄວ 34 ປີ ເລືອກຈະຫລິ້ນຕໍ່ ພ້ອມຂະຫຍາຍສັນຍາກັບ ເວສແຮມ ອອກໄປອີກ 1 ປີ.
ທັງນີ້ ຊາບາເລຕ້າ ລົງຫລິ້ນໃຫ້ ເວສແຮມ ໄປແລ້ວທັງໝົດ 65 ນັດ ນັບແຕ່ຍ້າຍມາຈາກ ແມນເຊັສເຕີ ຊິຕີ້ ແບບບໍ່ມີຄ່າຕົວ ໃນປີ 2017.

