ຣາຟາ ວ່າແນວໃດ ຫລັງເກີດກະແສ ໃຫ້ຊ່ວຍ ລິເວີພູລ ຄວ້າແຊ້ມ

ຣາຟາເອລ ເບນິເຕຊ ຜູ້ຈັດການທີມ ນິວຄາສເຊິລ ຢືນຢັນເຕັມສ່ວນແນ່ນອນກັບເກມທີ່ຈະພົບກັບ ລິເວີພູລ ໃນເກມນັດຮອງສຸດທ້າຍຂອງລະດູການ 2018-19 ເຖິງວ່າຈະມີກະແສຈາກ ເດິ ຄ໊ອບ ວ່າໃຫ້ລາວຊ່ວຍສົ່ງໃຫ້ທີມເກົ່າຄວ້າແຊ້ມກໍຕາມ.
ອະດີດຜູ້ຈັດການທີມ ລິເວີພູລ ຜູ້ພາ ລິເວີພູລ ຄວ້າແຊ້ມຢູຟາ ແຊມປ້ຽນລີກ ໃນປີ 2005 ດັບຄວາມຫວັງ ເດິ ຄ໊ອບ ທີ່ວ່າໃຫ້ຊ່ວຍອ່ອນຂໍ້ໃນເກມທີ່ຈະພົບກັນໃນວັນທີ 4 ພຶດສະພານີ້ “ພວກເຮົາຈະເຮັດໃຫ້ດີທີ່ສຸດໃນໄລຍະເວລາທີ່ເຫລືອຂອງລະດູການ ແລະ ຈະພະຍາຍາມຊະນະໃນທຸກໆເກມ”.
“ເຮົາຫລິ້ນໃນບ້ານຕໍ່ໜ້າແຟນໆ ເຮົາຈະເຮັດໃຫ້ດີທີ່ສຸດ, ມັນເປັນໜ້າທີ່ຂອງຂ້ອຍທີ່ຕ້ອງເຮັດວຽກກັບ ນິວຄາສເຊິລ ໃຫ້ດີ ແລະ ຖ້າຂ້ອຍຢູ່ອີກຝັ່ງ (ສື່ເຖິງວ່າຖ້າສົມມຸດ ເບນິເຕຊ ຄຸມ ລິເວີພູລ ໃນຕອນນີ້) ຂ້ອຍຄາດວ່າຄູ່ແຂ່ງຂອງຂ້ອຍຈະຫລິ້ນໃຫ້ດີທີ່ສຸດ ລວມທັງຄາດວ່າຜູ້ຈັດການທີມຂອງພວກເຂົາຈະພະຍາຍາມເຮັດໜ້າທີ່ໃຫ້ດີທີ່ສຸດເຊັ່ນກັນ”.
ທັງນີ້ ນິວຄາສເຊິລ ມີໂປຣແກຣມເປີດບ້ານຮັບມື ລິເວີພູລ ໃນວັນທີ 4 ພຶດສະພານີ້ ໂດຍ ອາໂຍເຊ ເປເຣຊ ແນວລຸກຟອມຮ້ອນ ຈະພາດລົງສະໜາມ ເນື່ອງຈາກໄດ້ຮັບບາດເຈັບຈາກເກມກັບ ໄບຣຕັນ ໃນວັນທີ 27 ເມສາຜ່ານມາ.

