ມາກ ວິນລ້ຽມ ແລະ ມາກ ເຊວບີ້ ຕົກຮອບ 2 ສະນຸກເກີ ຊີງແຊ້ມໂລກ 2019

ການແຂ່ງຂັນສະນຸກເກີ ຊີງແຊ້ມໂລກ World Snooker Championship ປະຈຳປີ 2019 ທີ່ເຊັຟຟິວ ປະເທດອັງກິດ ໃນວັນທີ 20 ເມສາ – 6 ພຶດສະພານີ້ ຊີງເງິນລາງວັນລວມ 2.231.000 ປອນ.
ຮອບທີ 2 ມີການພິກລ໊ອກເກີດຂຶ້ນເມື່ອ ແຊ້ມເກົ່າ ມາກ ວິນລ້ຽມ ມື 3 ຂອງໂລກ ຈາກສະກັອດແລນ ເສຍໃຫ້ ເດວິດ ຈິວເບີດ ມື 16 ຂອງໂລກ ຈາກເຈົ້າພາບອັງກິດ 9-13 ເຟຣມ, ຈິວເບີດ ເຂົ້າສູ່ຮອບ 3 ຫລື ຮອບ 8 ຄົນສຸດທ້າຍ ຊີງແຊ້ມໂລກເປັນຄັ້ງທຳອິດ ໄປລໍຖ້າພົບຜູ້ຊະນະລະຫວ່າງ ແບຣຣີ້ ຮໍກິ້ນ ມື 9 ຂອງໂລກ ຫລື ຄີເຣນ ວິວສັນ ມື 8 ຂອງໂລກ ສອງນັກສະນຸກເກີເພື່ອນຮ່ວມຊາດ.
ຂະນະທີ່ ມາກ ເຊວບີ້ ມື 2 ຂອງໂລກ ແຊ້ມໂລກ 3 ສະໄໝ ຈາກອັງກິດ ເສຍໃຫ້ ແກຣີ້ ວິວສັນ ມື 32 ຂອງໂລກເພື່ອນຮ່ວມຊາດ 10-13 ເຟຣມ, ແກຣີ້ ວິວສັນ ເຂົ້າສູ່ຮອບ 8 ຄົນສຸດທ້າຍ ຊີງແຊ້ມໂລກເປັນຄັ້ງທຳອິດ ລໍຖ້າພົບຜູ້ຊະນະລະຫວ່າງ ອາລີ ຄາຣເຕີ້ ມື 19 ຂອງໂລກ ເພື່ອນຮ່ວມຊາດ ຫລື ຈູ ເຢຍຫລົງ ມື 35 ຂອງໂລກ ຈາກຈີນ.
ສ່ວນ ສະຕີເຟັນ ແມັກໄກວ ຈາກສະກັອດແລນ ຊະນະ ເຈມສ໌ ເຄຮິວ ນັກສະນຸກເກີມືສະໝັກຫລິ້ນໄວ 23 ປີ ທີ່ກາຍເປັນນັກສະນຸກເກີສະໝັກຫລິ້ນຄົນທຳອິດຜ່ານຮອບຄັດເລືອກສູ່ຮອບທີ 1 ແລ້ວຜ່ານ ຣອນນີ້ ໂອຊຸນລີແວນ ມື 1 ຂອງໂລກ ອະດີດແຊ້ມໂລກ 5 ສະໄໝ ຈາກເຈົ້າພາບອັງກິດ ແຕ່ມາເສຍໃຫ້ ແມັກໄກວ ດ້ວຍຄະແນນຫວຸດຫວິດ 12-13 ເຟຣມ, ແມັກໄກວ ເຂົ້າສູ່ຮອບ 8 ຄົນສຸດທ້າຍ ລໍຖ້າພົບຜູ້ຊະນະລະຫວ່າງ ຈັດທຣຳ ມື 7 ຂອງໂລກ ຈາກເຈົ້າພາບ ຫລື ຕິງຈຸນຮຸຍ ມື 10 ຂອງໂລກ ຈາກຈີນ.
ທາງດ້ານ ນຽວ ໂຣເບີດສັນ ມື 4 ຂອງໂລກ ແຊ້ມໂລກປີ 2010 ຈາກອົດສະຕຣາລີ ທີ່ຜົນງານກຳລັງຮ້ອນແຮງ ຜ່ານ ຊ໋ອນ ເມີຟີ້ ມື 13 ຂອງໂລກ ຈາກເຈົ້າພາບ 13-6 ເຟຣມ ຮອບ 8 ຄົນ ລໍຖ້າພົບຜູ້ຊະນະລະຫວ່າງ ຈ໋ອນ ຮິກກິ້ນ ມື 5 ຂອງໂລກ ອະດີດແຊ້ມໂລກ 4 ສະໄໝ ຈາກສະກັອດແລນ ຫລື ສະຈ໊ວດ ບິງແຮມ ມື 12 ຂອງໂລກ ຈາກອັງກິດ ອະດີດແຊ້ມໂລກ 1 ສະໄໝ.

