ຮູ້ໄວ້ກ່ອນ ກ່ອນມາທ່ອງທ່ຽວຢູ່ລາວ

- ການທ່ອງທ່ຽວ ຢູ່ ລາວມີ 3 ປະເພດຄື:
ທ່ອງທ່ຽວດ້ານວັດທະ ນະທຳ, ທ່ອງທ່ຽວດ້ານປະ ຫວັດສາດ ແລະ ທ່ອງທ່ຽວ ດ້ານທຳມະຊາດ. ໃນນັ້ນ, ໄດ້ ແບ່ງອອກເປັນ 6 ເຂດຕົ້ນຕໍ ຄື: ເຂດໜື່ງແມ່ນນະຄອນ ຫຼວງວຽງຈັນ, ຊຽງຂວາງ, ຫຼວງພະບາງ, ທ່າແຂກ (ຄຳ ມ່ວນ, ສະຫວັນນະເຂດ ແລະ ຈຳປາສັກ
• ເຂດນະຄອນຫຼວງວຽງຈັນ: ແມ່ນການທ່ອງທ່ຽວດ້ານວັດທະນະທຳ ແລະ ປະຫວັດສາດເປັນຕົ້ນຕໍ, ເນື່ອງຈາກວ່າ: ຢູ່ໃນນະຄອນຫຼວງວຽງຈັນມີວັດວາອາ ຣາມປະມານ 1.400 ແຫ່ງ. ໃນນັ້ນມີຊື່ສຽງໂດ່ງ ດັງກ່ວາໝູ່ກໍຄື: ພະທາດຫຼວງ, ຫໍພະແກ້ວ, ວັດສີສະເກດ, ວັດສີເມືອງ, ວັດຊຽງຄວນ, ອານຸສາວະລີ…
• ເຂດຊຽງຂວາງ: ສະຖານທີ່ທ່ອງທ່ຽງມີທັງວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດເຊັ່ນ: ທົ່ງໄຫຫີນ, ຖໍ້າປິວ, ບໍ່ນໍ້າອຸ່ນ ເມືອງຄຳ, ທາດຝຸ່ນ ແລະ ວັດເພຍວັດ ເມືອງຄູນ…

• ເຂດ ຫຼວງພະບາງ: ຕົ້ນຕໍແມ່ນແຫຼ່ງທ່ອງທ່ຽວວັດ ທະນະທຳ ແລະ ທຳມະຊາດ ເຊັ່ນ: ຫໍພິພິທະພັນເຈົ້າຊີວິດ, ວັດພູສີ, ວັດຊຽງທອງ, ທາດໝາກໂມ, ຖໍ້າຕິ່ງ, ຕາດກວາງຊີ…

• ເຂດທ່າແຂກ (ຄຳມ່ວນ) ຕົ້ນຕໍແມ່ນແຫຼ່ງທ່ອງທ່ຽວທຳມະຊາດ ແລະ ວັດທະນະທຳຈຳນວນໜື່ງ: ທາດສີໂຄດຕະບອງ, ກຳແພງຫີນຍັກ, ຖໍ້ານາງແອ່ນ, ຖໍ້າພະໜອງປາຝາ, ຖໍ້າພະອິນ…
• ເຂດ ສະຫວັນນະເຂດ: ທາດອີງຮັງ, ພິພິຕະພັນໄດໂນເສົາ, ເຮືອນທ່ານປະທານ ໄກສອນ ພົມວິຫານ, ຫໍພິພິ ທະພັນກອງທັບ ບ້ານ ດົງ…
• ເຂດຈຳປາສັກ: ມີ ວັດພູ, ຄອນພະເພັງ, ດອນໂຂງ, ຕາດສ້ວມ ແລະ ຫຼາຍ ແຫ່ງອື່ນໆອີກທີ່ໜ້າປະທັບໃຈ.


